ກອງປະຊຸມຄົບຄະນະຄະນະກຳມະການແມ່ນ້ຳຂອງຫວຽດນາມປີ 2013
ແມ່ນ້ຳກິວລອງ ທາງພາກໃຕ້ຫວຽດນາມ ຊຶ່ງແມ່ນສາຂາແມ່ນ້ຳຂອງຕອນລຸ່ມ
(ພາບ: baotiengiang)
|
Vovworld- ກອງປະຊຸມຄົບຄະນະຄະນະກຳມະການແມ່ນ້ຳຂອງຫວຽດນາມປີ 2013 ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 12/7 ຢູ່ຮ່າໂນ້ຍ ເພື່ອແນໃສ່ຕີລາຄາວິວັດການເຄື່ອນໄຫວຂອງຫວຽດນາມໃນຄວາມມານະພະຍາຍາມເພີ່ມທະວີການຮ່ວມມືທາງດ້ານການຄຸ້ມຄອງ ແລະ ພັດທະນາແຫຼ່ງນ້ຳແບບຍືນຍົງໃນໄລຍະປະຈຸບັນ. ທີ່ກອງປະຊຸມ, ບັນດາຜູ້ແທນຕ່າງກໍຖືວ່າ ໃນປີຜ່ານມາ, ການຮ່ວມມືແມ່ຂອງ-ຫວຽດນາມທີ່ມີຕໍ່ພາກພື້ນ ແລະ ສາກົນສືບຕໍ່ໄດ້ຮັບການປັບປຸງ ແລະ ເປີດກ້ວາງ. ຜ່ານນັ້ນ, ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງສູງຂອງຫວຽດນາມກໍຄືບັນດາປະເທດໃນການເພີ່ມທະວີການຮ່ວມມືທາງດ້ານການຄຸ້ມຄອງ ແລະ ພັດທະນາແຫຼ່ງນ້ຳແບບຍືນຍົງໃນໄລຍະປະຈຸບັນ. ກ່ຽວດັບແຜນການໃນໄລຍະທີ່ຈະມາເຖິງ, ທ່ານ ເລດຶກຈຸງ ຫົວໜ້າຫ້ອງການປະຈຳຄະນະກຳມະການແມ່ນ້ຳຂອງຫວຽດນາມ ໃຫ້ຮູ້ວ່າ :
“ ປີ 2014, ເພີ່ມທະວີການຮ່ວມມືກັບບັນດາປະເທດເຂດຕອນເທິງແມ່ນ້ຳ, ພິເສດແມ່ນໃນການຊຸກຍູ້ການຜັນຂະຫຍາຍຄົ້ນຄ້ວາຂອງຄະນະກຳມາທິການແມ່ນ້ຳຂອງກ່ຽວກັບການຕີລາຄາຜົນກະທົບຂອງບັນດາກິດຈະກຳບົນລຳແມ່ນ້ຳ. ພ້ອມກັນນັ້ນ, ກໍຕັ້ງໜ້າເຂົ້າຮ່ວມດ້ວຍຂໍ້ຄິດລິເລີ່ມຮ່ວມມືສາກົນ, ພາກພື້ນອາຊຽນ, ການຮ່ວມມືໃນຂອບເຂດອະນຸພາກພື້ນແມ່ນ້ຳຂອງ, ແມ່ຂອງ-ຍີປຸ່ນ, ແມ່ຂອງ-ອາເມລິກາ. ສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານລະຫວ່າງ ຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ ຄະນະກຳມະການແມ່ນ້ຳຂອງຫວຽດນາມ, ລະຫວ່າງ ຄະນະກຳມະການແມ່ນ້ຳຂອງຫວຽດນາມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆເພື່ອຮັບປະກັນບັນດາໝາກຜົນແຫ່ງການຮ່ວມມືຈະຖືກປະສົມປະສານເຂົ້າໃນໂຄງການເຄື່ອນໄຫວຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ”