ກອງປະຊຸມຄະນະກຳມະການສົນທິສັນຍາ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ

ກອງປະຊຸມຄະນະກຳມະການສົນທິສັນຍາ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ - ảnh 1

ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ

(ພາບ:baobinhphuoc.com.vn)​

( vovworld ) – ຕອນບ່າຍ​​ວັນ​ທີ 8/7,  ຢູ່ພະນົມເປັນ ປະເທດກຳປູເຈຍ, ໄດ້ຈັດກອງປະຊຸມຂອງຄະນະກຳມະການສົນທິສັນຍາອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນີວເຄຼຍ (SEANWFZ), ກອງ​ປະຊຸມ​ປະຈຳ​ປີ​ຂອງ​ບັນດາ​ປະ​ເທດ​ເຂົ້າຮ່ວມ​ສົນທິສັນຍາ SEANWFZ ຈັດ​ຂຶ້ນ​ໃນ​ໂອກາດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນປະຈຳ​ປີ (AMM). ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມ​ໄດ້​ສະຫຼຸບ 5 ປີ​ແຫ່ງ​ການ​ປະຕິບັດ​ແຜນການ​ດຳ​ເນີນງານ ​ເພີ່ມ​ທະວີ​ການຜັນ​ຂະຫຍາຍສົນທິສັນຍາ SEANWFZ (2007-2012). ບັນດາ​ທ່ານ​ລັດຖະມົນຕີ​ເນັ້ນໜັກ​ວ່າ ອາ​ຊຽນ ຄວນ​​ເສີມສະຫຍາຍ​ຄຸນຄ່າ​ຂອງ SEANWFZ, ພ້ອມກັບສົນທິສັນຍາ​ສະໜິດສະໜົມ ​ແລະ ການ​ຮ່ວມ​ມື​ຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC), ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF)… ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຫຼາຍ​ກ່ວາ​ອີກ​ເຂົ້າ​ໃນ​ບັນດາ​ຈຸດໝາຍ​ລວມຂອງ​ອາ​ຊຽນ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບປອດ​ໄພ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ.

     ​​ໃນ​ວັນ​ດຽວ​ກັນ, ບັນດາ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ກ່ຽວ​ກັບ​ສິດທິມະນຸດ (AICHR). ນະ​ທີ່​ນີ້, ບັນດາ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ເນັ້ນໜັກ​ວ່າ AICHR ຄວນ​ຕັ້ງໜ້າ​ຊຸກຍູ້​ບັນດາ​ການ​ເຄື​ອ່ນ​ໄຫວ​ຮ່ວມ​ມື ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ອາ​ຊຽນ, ​ໂດຍ​ສະ​ເພາະ​ແມ່ນ​ວິວັດທະນາ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ມຸ້ງ​ໄປ​ເຖິງ​ປະຊາຊົນ​ໃນ​ປີ 2015. ບັນດາ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ວິວັດ​ທະ​ນາ​ການ​ສ້າງ​ປະຊາ​ຄົມ, ຜັນ​ຂະຫຍາຍ​ກົດ​ບັດ​ອາ​ຊຽນ ​ແລະ ສົນທິສັນຍາ​ສະໜິດສະໜົມ ​ແລະ ການ​ຮ່ວມ​ມື​ຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC).

   ​ແລະ ກໍ່​ໃນ​ວັນ​ທີ 8/7, ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ (SOM) ອາ​ຊຽນ ​ແລະ ຈີນ ​ໄດ້​ຈັດການ​ປະຊຸມ​ບໍ່​ເປັນ​ທາງ​ການ ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ-ຈີນ ຈັດ​ຂຶ້ນ​ໃນ​ວັນ​ທີ 11/7/2012. SOM ອາ​ຊຽນ-ຈີນ ​ເຫັນ​ດີ​ສະ​ເໜີ​ຕໍ່ລັດຖະມົນຕີ​ການ​ຕ່າງປະ​ເທດສອງ​ຝ່າຍ ພິຈາລະນາ ​ແລະ ຕົກລົງ​ເລື່ອງ​​ເລີ່​ມຕົ້ນການ​ເຈລະຈາ​ອາ​ຊຽນ-ຈີນ ກ່ຽວ​ກັບ​ປະມວນ​ຫຼັກການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

 

ຂ່າວ/ບົດ​ອື່ນ