ກອງປະຊຸມຄະນະຊີ້ນຳ ARMAC 13 ເຫັນດີເປັນເອກະສັນຕໍ່ຂໍ້ລິເລີ່ມຂອງຫວຽດນາມ

(VOVWORLD) -ດ້ວຍອັດຕາປ່ອນບັດ 10/10 ທ່ານ Prun Suonpraseth ສັນຊາດກຳປູເຈຍ 

ໄດ້ຮັບການເລືອກຕັ້ງເປັນຜູ້ອຳນວຍການຄົນໃຫມ່ຂອງ ARMAC ອາຍຸການ 2020- 2023.

ກອງປະຊຸມຄະນະຊີ້ນຳ ARMAC 13 ເຫັນດີເປັນເອກະສັນຕໍ່ຂໍ້ລິເລີ່ມຂອງຫວຽດນາມ - ảnh 1 ທ່ານ ຫວູກວາງມີງ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ກຳປູເຈຍ ເປັນປະທານ ກອງປະຊຸມ

ພາບ:TTXVN

ວັນທີ 1 ກັນຍາ ກອງປະຊຸມຄັ້ງທີ 13 ຄະນະຊີ້ນຳສູນເຄື່ອນໄຫວເພື່ອບັນຫາລູກລະເບີດໝາກມິ່ນພາກພື້ນອາຊຽນ (ARMAC) ໄດ້ຈັດຂຶ້ນຕາມຮູບການອອນລາຍຢູ່ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ ພາຍໃຕ້ການເປັນປະທານຂອງທ່ານ ຫວູກວາງມີງ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ກຳປູເຈຍ. ບັນດາສະມາຊິກໄດ້ປຶກສາຫາລື ປ່ອນບັດເລືອກຕັ້ງຜູ້ອຳນວຍການໃຫມ່ຂອງຄະນະເລຂາປະຈຳ ARMAC  ອາຍຸການ 2021 – 2023, ເຫັນດີສ້າງຕັ້ງ ກຸ່ມບັນດາຜູ້ເປັນເພື່ອນຂອງ ARMAC.  ດ້ວຍອັດຕາປ່ອນບັດ 10/10 ທ່ານ Prun Suonpraseth ສັນຊາດກຳປູເຈຍ ກ່ອນນີ້ແມ່ນຜູ້ອຳນວຍການບໍລິຫານ ຊົ່ວຄາວຂອງ ARMAC ແຕ່ປີ 2017- 2018 ໄດ້ຮັບການເລືອກຕັ້ງເປັນຜູ້ອຳນວຍການຄົນໃຫມ່ຂອງ ARMAC ອາຍຸການ 2020- 2023.

ຕອບກັບ

ຂ່າວ/ບົດ​ອື່ນ