ກອງປະຊຸມຄະນະບໍລິຫານງານ ສະມາຄົມຊາວໜຸ່ມຫວຽດນາມ ຄັ້ງທີ 9

ກອງປະຊຸມຄະນະບໍລິຫານງານ ສະມາຄົມຊາວໜຸ່ມຫວຽດນາມ ຄັ້ງທີ 9 - ảnh 1
ພາບປະກອບ

​(vovworld) – ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ ສະມາຄົມ​ຊາວ​ໜຸ່ມ​ຫວຽດນາມ ຄັ້ງ​ທີ 9 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/12 ຢູ່​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ. ທ່ານ ​ຫງວຽນ​ດັກ​ວິ​ງ, ​ເລຂາ​ທີ​ໜຶ່ງ​ສູນ​ກາງ​ຊາວ​ໜຸ່ມ​ຖື​ວ່າ, ການ​ເຄື​ອ່ນ​ໄຫວຂອງ ສະມາຄົມ​ຊາວ​ໜຸ່ມ​ຫວຽດນາມ ​ໃນ​ປີ 2013 ນັບ​ມື້​ນັບ​ເລິກ​ເຊິ່ງ, ປະກອບສ່ວນ​ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງ​ສະມາຄົມ, ຢືນຢັນ​ທີ່​ຕັ້ງ​ສຳຄັນ​ຂອງ​ສະມາຄົມ​ໃນ​ຄວາມ​ສາມັກຄີ, ​ເຕົ້າ​ໂຮມ​ຊາວ​ໜຸ່ມ, ​ເສີມ​ຂະຫຍາຍກຳລັງ​ແຮງ​ແຫ່ງຄວາມ​ສາມັກຄີ​ຂອງ​ຊາວ​ໜຸ່ມ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ກ່ຽວ​ກັບ​ທິດ​ທາງ​ໜ້າ​ທີ່​ຂອງ ສະມາຄົມ​ຊາວ​ໜຸ່ມ​ຫວຽດນາມ​ ໃນ​ປີ 2014. ທ່ານ ຫງວຽນ​ດັກ​ວິ​ງ, ​ໃຫ້​ຮູ້​ວ່າ:

“ປີ 2014, ກຳມະການ​ສູນ​ກາງ​ສະມາຄົມຊາວ​ໜຸ່ມ ຄວນ​ຄົ້ນ​ຄ້ວາ​ເພີ່ມ​ເຕີມ​ຄາດໝາຍ​ປະຕິບັດ​ປີ​ຊາວ​ໜຸ່ມ​ອາສາ​ສະໝັກ. ຈົ່ງ​ມີ​ຫຼາຍມາດ​ຕະການ​ກວ່າ​ອີກ ​ເພື່ອ​ຢັ້ງຢືນ​ບົດບາດ​ຂອງ​ ສະມາຄົມ​ຊາວ​ໜຸ່ມ​ຫວຽດນາມ ​ໃນ​ການ​ເຂົ້າ​ຮ່ວມ​ໜ້າ​ທີ່​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ. ​ “

 

 

ຂ່າວ/ບົດ​ອື່ນ