ທ່ານ ຫງວຽນຮ່ວາບີງ, ຫົວຫນ້າໄອຍະການປະຊາຊົນສູງສຸດ
ພາບ:internet
|
(vovworld)-ກອງປະຊຸມດັ່ງກ່າວໂດຍໄອຍະການປະຊາຊົນສູງສຸດຈັດຕັ້ງຂຶ້ນໃນວັນທີ 6/7 ຢູ່ ນະຄອນ ໂຮ່ຈີມີນ. ບົດລາຍງານທີ່ກອງປະຊຸມຂອງໄອຍະການປະຊາຊົນສູງສຸດ ໃຫ້ຮູ້ວ່າ: ສະພາບການອາດຊະຍາກຳກ່ຽວກັບການສໍ້ລາດບັງຫລວງໃນໄລຍະຜ່ານມາຍັງຜັນແປໄປຢ່າງສັບສົນ, ເກີດຂຶ້ນຢູ່ຂົງເຂດສ່ວນຫລາຍ, ທຸກຂັ້ນ, ທຸກຂະແຫນງການ. ໄອຍະການປະຊາຊົນສູງສຸດ ໄດ້ຊີ້ນຳທົ່ວຂະແຫນງສົມທົບກັນຢ່າງແຫນ້ນແຟ້ນກັບບັນດາອົງການສືບສວນ, ສານ ຍູ້ແຮງລະດັບຄວາມໄວໃນການສືບສວນສອບສວນ, ສັ່ງຟ້ອງ ແລະ ພິພາກສາບັນດາຄະດີສໍ້ລາດບັງຫລວງຢ່າງເຂັ້ມງວດ ຊື່ງໄດ້ຮັບການຕີລາຄາສູງຈາກປະຊາຊົນ. ທ່ານ ຫງວຽນຮ່ວາບີງ, ຫົວຫນ້າໄອຍະການປະຊາຊົນສູງສຸດໃຫ້ຮູ້ວ່າ:
“ການຕໍ່ສູ້ຕ້ານການສໍ້ລາດບັງຫລວງປະຈຸບັນ, ຂອດອ່ອນສຸດແມ່ນການຄົ້ນພົບບັນດາຄະດີສໍ້ລາດບັງຫລວງ, ການສືບສວນ,ສັ່ງຟ້ອງ, ພິພາກສາ. ຜ່ານການພິພາກສາບັນດາຄະດີສໍ້ລາດບັງຫລວງ ໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເຂົ້າໃນຄວາມຕັດສິນໃຈປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຂອງພັກ, ລັດ, ອົກງານດຳເນີນຄະດີ.”