ກອງປະຊຸມທົ່ວປະເທດຂະແຫນງຈັດຕັ້ງກໍ່ສ້າງພັກ

ກອງປະຊຸມທົ່ວປະເທດຂະແຫນງຈັດຕັ້ງກໍ່ສ້າງພັກ - ảnh 1
​ບັນ​ດາຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:dangcongsan

(vovworld)- ​ ຕອນ​ເຊົ້າ​ວັນ​ທີ 4/3 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທົ່ວ​ຂະ​ແຫນງ​ຈັດ​ຕັ້ງ​ກໍ່​ສ້າງ​ພັກ​ປີ 2017. ກອງ​ປະ​ຊຸມ​ດຳ​ເນີນ​ໄປເພື່ອ​ແນ​ໃສ່ສະ​ຫລຸບ​ວຽກ​ງານ​ຈັດ​ຕັ້ງ​ກໍ່​ສ້າງ​ພັກ​ປີ 2016, ຜັນ​ຂະ​ຫຍາຍ​ຫນ້າ​ທີ່​ຈຸດ​ສຸມ​ປີ 2017 ຂອ​ງ​ທົ່ວ​ຂະ​ແຫນງ​ຈັດ​ຕັ້ງ​ກໍ່​ສ້າງ​ພັກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ດີງ​ເທ​ຮີງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ຄະ​ນະ​ເລ​ຂາ​ຖື​ວ່າ: ປີ 2017, ຂະ​ແຫນງ​ຈັດ​ຕັ້ງ​ກໍ່​ສ້າງ​ພັກ​ສືບ​ຕໍ່​ເບິ່ງ​ແຍງກໍ່​ສ້າງ​ພັກ​ໃຫ້​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ແນວ​ຄິດ, ຄຸ​ນ​ສົມ​ບັດ, ກ່ຽວ​ກັບ​ການ​ຈັດ​ຕັ້ງ​ພະ​ນັກ​ງານ, ວິ​ທີ​ການ​ຊີ້​ນຳ​ນຳ​ພາ ແລະ ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ວິ​ທີ​ເຮັດ​ວຽກ. ທ່ານ ດີງ​ເທ​ຮີງ ສະ​ເຫນີ ເລືອກ​ເຟັ້ນ​ວຽກ​ງານ​ຕີ​ລາ​ຄາ​ພະ​ນັກ​ງານ​ເປັນ​ຂອດ​ບຸກ​ທະ​ລຸ​ເພື່ອ​ຜັນ​ຂະ​ຫຍາຍ​ໃນ​ປີ 2017.

        “ສືບ​ຕໍ່​ເປັນ​ເສ​ນາ​ທິ​ການ​ຫັນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ໃຫ້​ເປັນ​ລະ​ອຽດ ເພື່ອ​ປະ​ຕິ​ບັດ 6 ຫນ້າ​ທີ່​ຈຸດ​ສຸມ, 3 ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 12 ກ່ຽວ​ກັບ​ການກໍ່​ສ້າງ​ພັກ ແລະ ຄຳ​ສັ່ງ​ເລກ 05 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ແນວ​ຄິດ ຄຸນ​ສ​ົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ.”


ຕອບກັບ

ຂ່າວ/ບົດ​ອື່ນ