(vovworld) - ກອງປະຊຸມທາບທາມຄວາມເຫັນເຂົ້າໜ້າທີ່ເສດຖະກິດຂັ້ນສູງອາຊຽນ - EU (SEOM - EU) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 08/03. ທີ່ກອງປະຊຸມ, ບັນດາເຂົ້າໜ້າທີ່ເສດຖະກິດອາຊຽນ ແລະ EU ໄດ້ປຶກສາຫາລືກ່ຽວກັບສະພາບການພົວພັນດ້ານເສດຖະກິດ - ການຄ້າ ລະຫວ່າງອາຊຽນ - EU, ສະພາບການຜັນຂະຫຍາຍໂຄງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ ອາຊຽນ - EU ແລະ ເປັນເອກະພາບນຳກັນເນື້ອໃນທີ່ຈະລາຍງານຕໍ່ບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ຂະຫຼວງໃຫຍ່ການຄ້າ EU. ທ່ານນາງ Helena Koning, ຫົວໜ້າຜູ້ຮັບຜິດຊອບດ້ານການຄ້າຂອງ EU ປະຈຳອາຊີຕາເວັນອອກສ່ຽງໃຕ້, ອົດສຕາລີ ແລະ ນິວຊີແລນ ໃຫ້ຮູ້ວ່າ.
“ຄວາມຈິ່ງແລ້ວ, ນີ້ແມ່ນກອງປະຊຸມກະກຽມໃຫ້ແກ່ການເຈລະຈາລະຫວ່າງບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ບັນດາເຈົ້າໜ້າທີ່ EU ຕາມຂັ້ນຕອນໃນ 2 ປີຜ່ານມາ. ພວກຂ້າພະເຈົ້າໄດ້ປະຕິບັດຢ່າງສຳເລັດ. ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າຍັງໄດ້ປຶກສາຫາລືກ່ຽວກັບບັນດາຂໍ້ສະໜີລາຍການເຮັດວຽກ 2 ປີຈະມາເຖິງ. ລາຍການດັ່ງກ່າວໄດ້ສຸມໃສ່ການໜູນຊ່ວຍ ແລະ ແລກປ່ຽນຂ້ໍມູນຂ່າວທີ່ມີປະໂຫຍດໃຫ້ທັງອາຊຽນ ແລະ EU.”
ການພົວພັນດ້ານການຄ້າ, ການລົງທຶນ ອາຊຽນພວມມີທ່າພັດທະນາທີ່ດີສຸດ. ປີ 2012, EU ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 3 ຂອງອາຊຽນ ແລະ ສືບຕໍ່ແມ່ນແຫຼ່ງລົງທຶນໂດຍກົງຕ່າງປະເທດໃຫຍ່ອັນດັບ 3 ຂອງອາຊຽນ ແລະ ສືບຕໍ່ແມ່ນແຫູ່ງລົງທຶນໂດຍກົງຕ່າງປະເທດໃຫຍ່ສຸດຂອງອາຊຽນ. ສຳລັບຫວຽດນາມ, EU ພວມແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 2 ທັງແມ່ນຕະຫຼາດສົ່ງອອກອັນດັບໜຶ່ງ. ປີ 2012, ຍອດວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - EU ບັນລຸໄດ້ກວ່າ 29 ຕື້ USD.