ກອງປະຊຸມບັນດາເຈົ້າໜ້າທີ່ອະວຸໂສຄັ້ງທຳອິດ (SOM1) ແລະບັນດາກອງປະຊຸມກ່ຽວຂ້ອງ

ກອງປະຊຸມບັນດາເຈົ້າໜ້າທີ່ອະວຸໂສຄັ້ງທຳອິດ (SOM1) ແລະບັນດາກອງປະຊຸມກ່ຽວຂ້ອງ - ảnh 1
ເວທີປາໄສວິທະຍາສາດ​ຊີວິດ​ການ​ເປັນ​ຢູ່ ​ແລະ ການ​ປ່ຽນ​ໃໝ່ (LSIF)
(ພາບ: TTXVN)


(vovworld) - ວັນ​ທີ 22/2, ຢູ່​ນະຄອນ ຍາ​ຈາງ (​ແຄ໋ງຮ່ວາ), 7 ຄະນະ​ກຳ​ການ, ກຸ່ມ​ປະຕິບັດ​ງານ, ​ເວທີປາ​ໄສ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​​ເສດຖະກິດ​ອາຊີ - ປາຊີ​ຟິກ ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ (CTI), ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ (HRDWG), ວິທະຍາສາດ​ຊີວິດ​ການ​ເປັນ​ຢູ່ ​ແລະ ການ​ປ່ຽນ​ໃໝ່ (LSIF), ນະ​ໂຍບາຍ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ແກ່ງ​ແຍ້​ງ (CPLG), ລະບຽບ​ການ​ພາສີ (SCCP), ການ​ຕ້ານ​ກໍ່​ການ​ຮ້າຍ (CTWG), ການ​ປະສານ​ງານດ້ານ​ການ​ຄ້າ​ເອ​ເລກ​ໂຕ​ນິກ (ECSG) ​ໄດ້​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ມື້​ເຮັດ​ວຽກ​ທີ 5 ຂອງ​ກອງ​ປະຊຸມ SOM1 ​ແລະ​ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກອງ​ປະຊຸມ​ສຳ​ມະ​ນາ “ສົ່ງ​ເສີມ​ດ້ານ​ການ​ຄ້າ ​ຜະລິດ​ຕະພັນ​ຕ່າງໆ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ ​ແລະ ທົ່ວ​ເຖິງ, ຜ່ານ​ການ​ພັດທະນາ​ຊົນນະບົດ ​ແລະ ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ“ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ. ນີ້​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຈາກ​ບັນດາ​ພື້ນຖານ​ເສດຖະກິດ ເວທີ​ປາ​ໄສ​ຮ່ວມ​ມື​​ເສດຖະກິດ​ອາຊີ - ປາຊີ​ຟິກ, ພິ​ເສດ​ແມ່ນ​ບັນດາ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ.

 

ຂ່າວ/ບົດ​ອື່ນ