ກອງປະຊຸມປຶກສາຫາລືຄັ້ງທີ2ເລືອກຕັ້ງສສຊຊຸດທີ14

ກອງປະຊຸມປຶກສາຫາລືຄັ້ງທີ2ເລືອກຕັ້ງສສຊຊຸດທີ14 - ảnh 1
(ກອງປະຊຸມປຶກສາຫາລືຄັ້ງທີ2ເລືອກຕັ້ງສສຊຊຸດທີ14)

(vovworld) –  ຕອນ​ເຊົ້າ​ວັນ​ທີ 17/3, ທີ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ທານ​ກຳ​ມະ​ການ​ສູນ​ກາງວ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຈັດ​ກອງ​ປະ​ຊຸມປືກ​ສາ​ຫາ​ລື ຄັ້ງ​ທີ 2 ເພື່ອ​ຕົກ​ລົງ​​ສ້າ​ງວ​ບັນ​ຊີລາຍ​ຊື່​ ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບເລືອກ​ຕັ້ງ​ ສ​ສ​ຊ ​ຊຸດທີ 14. ກ່າວ​ຄວາມ​ເຫັນ​ທີ່ກອງ​ປ​ະ​ຊຸມ, ທ່ານ ຫວ​ງຽນ​ທຽນ​ເຢິນ ປະ​ທານ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ, ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ໃຫ້​ຮູ້​ວ່າ: ອີງ​ໃສ່​ຜົນຂອງກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ ຄັ້ງ​ທີ 1​ເຊິ່ງ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 24/2-10/03, ບ​ັນ​ດາ​ອົງ​ການ​ຈັດ​ຕັ້ງ ຢູ່​ສູນ​ກາງ​ຈັດ​ແບ່ງ​ຜູ້​ອອກ​ສະ​ໝັກ​ເລືອກ​ຕັ້ງ ສ​ສ​ຊ  ໄດ້​ດຳ​ເນີນ​ການ​ສະ​ເໜີ​ບັນ​ດາ​ຜູ້​ອອກສະ​ໝັກ​ຮັບ​ເລືອກ​ຕັ້ງ ສ​ສ​ຊ ຕ​າມ​ລຳ​ດັບລະ​ບ​ບຽບ ແລະ ເວ​ລາ​ທີ່​ກຳ​ນົດ.

        ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຄັ້ງ​ທີ 2 ແມ່ນ​ໜຶ່ງ​ໃນ​ບັນ​ດາເນື້ອ​ໃນ​ສຳ​ຄັນ ​ຂອງຂະ​ບວນ​ການກະ​ກຽມ​ເລືອກ​ຕັ້ງ ສ​ສ​ຊ ​ຊຸດທີ 14. ທີ່ກອງ​ປະ​ຊຸ​ມ, ບັນ​ດາ​ຜູ້​ແທນ​​ສ້າງບັນ​ຊີລາຍ​ຊື່​ ໂດຍ​ໄດ້​ຮັບ​ການ​ສະ​ເໜີ​ຈາກ​ອົງ​ການ, ຈັດ​ຕັ້ງ, ຫົວ​ໜ່ວຍ ຢູ່​ສູນ​ກາງ ສະ​ເໜີ​ຜູ້​ອອກ​ສະ​ໝັກຮັບ​ເລືອກ​ຕັ້ງ ສ​ສ​ຊ  ຕອບ​ສະ​ໜອງ​ ບັນ​ດາ​ຂໍ້​ກຳ​ນົດ​ ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການເລືອກ​ຕັ້ງສະ​ພາ​ແຫ່ງ​ຊາດ ແລະ ກົດ​ໝາຍ​​ວ່າ​ດ້ວຍສະ​ພາ​ປະ​ຊາ​ຊົນ, ກອງ​ປະ​ຊຸມ​ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ ​ຂອງ ສ​ສ​ຊ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ປ່ຽນ​ໃໝ​ກ່ຽວ​ກັບ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂອງສະ​ພາ​ແຫ່ງ​ຊາດ ​ຊຸດທີ 14.

ຂ່າວ/ບົດ​ອື່ນ