(VOVWORLD) - ກອງປະຊຸມໄດ້ປຶກສາຫາລືບັນດາເນື້ອໃນ: ອັບເດດຄວາມຄືບໜ້າໃນການປະຕິບັດສັນຍາ ອາຊຽນ ວ່າດ້ວຍການຄຸ້ມຄອງໄພທຳມະຊາດ ແລະ ຮັບມືດ່ວນ (AADMER) ໄລຍະ 2021 – 2025
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
|
ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ຈັດກອງປະຊຸມປະຈຳປີຄັ້ງທີ 42 ຂອງຄະນະກຳມະການ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບການຄຸ້ມຄອງໄພທຳມະຊາດ (ACDM) ແລະ ບັນດາກອງປະຊຸມກ່ຽວຂ້ອງ. ນີ້ແມ່ນເຫດການນອນໃນຂອບເຂດປີ ຫວຽດນາມ ປະຕິບັດໜ້າທີ່ເປັນປະທານ ໃນການຮ່ວມມື ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ ປີ 2023.
ກອງປະຊຸມໄດ້ປຶກສາຫາລືບັນດາເນື້ອໃນ: ອັບເດດຄວາມຄືບໜ້າໃນການປະຕິບັດສັນຍາ ອາຊຽນ ວ່າດ້ວຍການຄຸ້ມຄອງໄພທຳມະຊາດ ແລະ ຮັບມືດ່ວນ (AADMER) ໄລຍະ 2021 – 2025; ສຳຫຼວດກວດກາຄວາມຄືບໜ້າໃນການກໍ່ສ້າງ ແລະ ຜັນຂະຫຍາຍປະຕິບັດບັນດາເອກະສານ, ກົນໄກ, ການເຄື່ອນໄຫວກ່ຽວກັບການຮ່ວມມືໃນການຄຸ້ມຄອງໄພທຳມະຊາດ, ຄື: ຍຸດທະສາດພາກພື້ນ ອາຊຽນ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ (2023 – 2024), ຂໍ້ລິເລີ່ມຂອງຊາວໜຸ່ມ ອາຊຽນ ກ່ຽວກັບພາກພື້ນຕ້ານໄພທຳມະຊາດ, ໂຄສະນາກ່ຽວກັບຄວາມສ່ຽງຈາກໄພທຳມະຊາດ ອາຊຽນ…
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນຮ່ວາງຮຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ຫວຽດນາມ, ເນັ້ນໜັກວ່າ:
“ຫວຽນດາມ ໄດ້ດຳເນີນການຕີລາຄາກາງສະໄໝປະຕິບັດຂອບເຄື່ອນໄຫວ SENDAI ກ່ຽວກັບການຫລຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ. ໃນນັ້ນ, AADMER ໄດ້ເຕື້ອງເຖິງແມ່ນຂອບນິຕິກຳເໝາະສົມກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າສະແດງຄວາມຂອບໃຈຮອງປະທານ ACDM ບຣຸໄນ, ຄະນະເລຂາ ອາຊຽນ ໄດ້ໜູນຊ່ວຍຢ່າງສຸດໃຈເພື່ອໃຫ້ກອງປະຊຸມສຳຄັນນີ້ໄດ້ດຳເນີນໃນຮອບເວລາອາທິດໜຶ່ງ. ຂ້າພະເຈົ້າກໍ່ເຊື່ອໝັ້ນຕໍ່ ຄວາມສາມັກຄີຢ່າງແຮງຂອງ ລວມໝູ່ ACDM”.