ກອງປະຊຸມປະຈຳປີບັນດາອົງການອຸປະຖຳພັດທະນາອາຊີ-ປາຊີຟິກ
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ແລກປ່ຽນ
ພ້ອມກັບບັນດາຜູ້ແທນສາກົນ
(ພາບ: vietbao.vn)
(vovworld) – “ບັນດາອົງການອຸປະຖຳພັດທະນາ ແລະ ພື້ນຖານໂຄງລ່າງແບບຍືນຍົງ, ແຜນນະໂຍບາຍ, ບັນດາການເຄື່ອນໄຫວພຶດຕິກຳຕົວຈິງ ແລະ ສິ່ງທ້າທາຍ”. ນັ້ນແມ່ນຫົວຂໍ້ຂອງກອງປະຊຸມປະຈຳປີບັນດາອົງການອຸປະຖຳພັດທະນາອາຊີ-ປາຊີຟິກ (ADFIAP) ຄັ້ງທີ 38 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 14/5 ຢູ່ ນະຄອນ ຍາຈາງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຢືນຢັນວ່າ: ກອງປະຊຸມປະຈຳປີບັນດາອົງການອຸປະຖຳພັດທະນາອາຊີ-ປາຊີຟິກ ຄັ້ງທີ 38 ແມ່ນເຫດການສຳຄັນ, ສະແດງໃຫ້ເຫັນບົດບາດການຮ່ວມມື ແລະ ພັດທະນາແບບຍືນຍົງ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເນັ້ນໜັກວ່າ:
“ອຸປະຖຳການພັດທະນາພື້ນຖານໂຄງລ່າງຕາມທິດຍືນຍົງ ແມ່ນຫົວຂໍ້ແທດຈິງ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ສິ່ງທ້າທາຍທີ່ພວມວາງອອກໃນໄລຍະປະຈຸບັນ. ຍາມໃດລັດຖະບານ ຫວຽດນາມ ກໍສ້າງເງື່ອນໄຂໜູນຊ່ວຍ ເພື່ອໃຫ້ບັນດານັກອຸປະຖຳຮ່ວມມືລົງທຶນໃນບັນດາໂຄງການພື້ນຖານໂຄງລ່າງຢູ່ ຫວຽດນາມ ປະສົບຜົນສຳເລັດ”.