ກອງປະຊຸມຜັນຂະຫຍາຍລາຍການກະຕຸກຊຸກຍູ້ຄວາມຕ້ອງການທ່ອງທ່ຽວພາຍໃນປະເທດ
(ພາບປະກອບ)
(vovworld) – ຕອນບ່າຍວັນທີ 23/12, ທີ່ນະຄອນໂຮ່ຈິມິນ, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍລາຍການກະຕຸກຊຸກຍູ້ຄວາມຕ້ອງການທ່ອງທ່ຽວພາຍໃນປະເທດ. ດ້ວຍຫົວເລື່ອງວ່າ: “ຊາວຫວຽດນາມ ໄປທ່ອງທ່ຽວ ຫວຽດນາມ - ໄປທ່ອງທ່ຽວແຕ່ລະຄັ້ງແມ່ນຍິ່ງຮັກປະເທດຊາດກ່ວາ”, ລາຍການດັ່ງກ່າວເພື່ອສົ່ງເສີມພາລະກອນລັດຖະກອນ, ຄົນງານໃຫ້ນຳໃຊ້ເວລາພັກການ ແລະ ບັນດາວັນພັກງານບຸນຕ່າງໆ ແລະ ວັນພັກທ້າຍອາທິດ ໄປ ທ່ອງທ່ຽວເຖິງບັນດາສະຖານທີ່ທ່ອງທ່ຽວໃນປະເທດ, ພິເສດແມ່ນບັນດາແຂວງແຄມທະເລ, ເຂດໝູ່ເກາະ, ເຂດພູດອຍ ແລະ ເຂດທົ່ງພຽງ ເພື່ອສະແດງນ້ຳໃຈຮັກບ້ານເກີດເມືອງນອນປະເທດຊາດ, ມຸ່ງໄປເຖິງເຂດທະເລໝູ່ເກາະຂອງປະເທດຊາດ. ຄຽງຄ້າງນັ້ນ, ລາຍການຍັງປຸກລະດົມບັ້ນສົ່ງເສີມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກັບຄືນເມືອຢ້ຽມຢາມບ້ານເກີດເມືອງນອນ, ມຸ່ງໄປເຖິງເຂດທະເລໝູ່ເກາະ. ດ້ວຍສານນັ້ນ, ລາຍການໄດ້ວາງຈຸດໝາຍວ່າຈະດຶງດູດແຂກທ່ອງທ່ຽວພາຍໃນປະເທດໃນປີ 2015 ໄດ້ 37,5 ລ້ານເທື່ອຄົນ.