ກອງປະຊຸມຜູ້ບັນຊາການກອງທັບອາກາດບັນດາປະເທດ ອາຊຽນ

ກອງປະຊຸມຜູ້ບັນຊາການກອງທັບອາກາດບັນດາປະເທດ ອາຊຽນ - ảnh 1
​ຜູ້​ບັນຊາ​ການກອງທັບອາກາດບັນດາປະເທດ ອາຊຽນ
ພາບ:internet


(vovworld) -  ກອງ​ປະຊຸມ​ຜູ້​ບັນຊາ​ການ​ກອງທັບ​ອາກາດບັນດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 9 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ ​ບັນດາກອງທັບ​ອາກາດ ອາ​ຊຽນ ມຸ່ງ​ໄປ​ເຖິງ​ການສ້າງປະຊາ​ຄົມ ອາ​ຊຽນ​ໃນ​ປີ 2015: ການ​ສຶກສາ ​ແລະ ບຳລຸງ​ສ້າງ” ​ໄດ້​ດຳ​ເນີນ​ຢູ່ ປະ​ເທດມ​າ​ເລ​ເຊຍ ​ແຕ່​ວັນ​ທີ 10 - 13/9. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ພົນ​ຕີ Phuong Minh Hoa ​ຜູ້ບັນຊາ​ການ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ - ກອງທັບອາກາດ ນຳ​ຫນ້າ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ສ້າງ​ໂຄງການ​ແລກປ່ຽນ​ການບຳລຸງ​ສ້າງ​ກຳລັງກອງທັບ​ອາກາດ​ບັນດາ​ປະ​ເທດ ອາ​ຊຽນ, ອະນຸຍາດ​ໃຫ້​ນັກ​ບິນ​ຫນຸ່ມ ​ເຂົ້າ​ຮ່ວມ​ ໂຄງການ​ບຳລຸງ​ສ້າງ​ຢູ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ພົນ​ຕີ Phuong Minh Hoa ​ໄດ້​ເນັ້ນ​ຫນັກ​​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ບຳລຸງ​ສ້າງ ສວມ​ບົດບາດສຳຄັນ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກຳລັງ​ກອງທັບ​ອາກາດ​ໃນ​ພາກ​ພື້ນຢ່າງ​ມີ​ປະສິດທິ​ຜົນ​ກວ່າ, ສ້າງ​ປະຊາ​ຄົມ ອາ​ຊຽນ ໃຫ້​ສຳ​ເລັດ​ຜົນ ​ໃນ​ປີ 2015 ​. ຍາມ​ໃດ ​ເຫລົ່າ​ທັບ​ປ້ອງ​ກັນ​ອາກາດ ​ແລະ ກອງທັບ​ອາກາດ ຫວຽດນາມ ກໍ​ພ້ອມ​ແລ້ວ​​ໃຫ້ການຮ່ວມ​ມື​ກັບ​ກອງທັບ​ອາກາດ​ບັນດາ​ປະ​ເທດ​ ອາ​ຊຽນ.

ຂ່າວ/ບົດ​ອື່ນ