ກອງປະຊຸມຜ່ານ ຜ່ານເຄືອຂ່າຍ ອິນເຕີເນັດ ຜັນຂະຫຍາຍວຽກງານແນວໂຮມປີ 2020

(VOVWORLD) -ຕອນເຊົ້າວັນທີ 10 ກຸມພາ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດ ກອງປະຊຸມຜ່ານ ຜ່ານເຄືອຂ່າຍ ອິນເຕີເນັດ ຜັນຂະຫຍາຍວຽກງານແນວໂຮມປີ 2020
ກອງປະຊຸມຜ່ານ ຜ່ານເຄືອຂ່າຍ ອິນເຕີເນັດ ຜັນຂະຫຍາຍວຽກງານແນວໂຮມປີ 2020 - ảnh 1ແນວໂຮມປະເທດຊາດແຂວງຮ່າຢາງເຂົ້າຮ່ວມກອງປະຊຸມ ຜ່ານເຄືອຂ່າຍ ອິນເຕີເນັດ ຜັນຂະຫຍາຍວຽກງານແນວໂຮມປີ 2020 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເນັ້ນໜັກວ່າ : ປີ 2020 ແມ່ນປີຈັດຕັ້ງກອງປະຊຸມອົງຄະນະພັກຂັ້ນຕ່າງໆ ແລະ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ເພາະສະນັັ້ນ, ແນວໂຮມປະເທດຊາດຫວຽດນາມບັນດາແຂວງ, ນະຄອນ ຄວນຕັ້ງໜ້າປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ, ບູລະນະກົງຈັກບຸກຄະລາກອນແນວໂຮມປະເທດຊາດ, ພ້ອມກັນນັ້ນ ກໍເພີ່ມທະວີການຕິດຕາມກວດກາ, ຕີລາຄາສັງຄົມເຊິ່ງເລັ່ງໃສ່ບັນດາບັນຫາທີ່ເຄັ່ງຮ້ອນຊຶ່ງສັງຄົມມີຄວາມສົນໃຈເປັນພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ