ກອງປະຊຸມຜ່ານເຄືອຂ່າຍອິນເຕິເນັດ ຕີລາຄາໝາກຜົນການປູກປ່າທົດແທນ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ສະຫຼບກອງປະຊຸມ |
(vovworld)- ກ່າວຄຳເຫັນທີ່ກອງປະຊຸມຜ່ານເຄືອຂ່າຍອິນເຕິເນັດ ຕີລາຄາໝາກຜົນການປູກປ່າເພື່ອທົດແທນເນື້ອທີ່ປ່າຫັນປ່ຽນສູ່ຈຸດປະສົງນຳໃຊ້ອື່ນ ແລະ ບັນດາວິທີການແກ້ໄຂໃນໄລຍະທີ່ຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ໄດ້ຕັກເຕືອນບັນດາກະຊວງ, ຂະແໜງການຈົ່ງສົມທົບກັບບັນດາທ້ອງຖິ່ນດຳເນີນການກວດກາ, ຕີລາຄາ ແນໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງທີ່ຄ້າງຄ່າ ເພື່ອຮັບປະກັນບັນດາຄາດໝາຍທີ່ໄດ້ວາງອອກຕາມແຜນການ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ສະເໜີວ່າ :
“ ຂ້າພະເຈົ້າສະເໜີວ່າ ພວກເຮົາຕ້ອງມານະພະຍາຍາມກວ່າອີກ ແລະ ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄ່າ, ເພື່ອໃຫ້ແຕ່ລະເນື້ອທີ່ດິນເມື່ອຖືກສູນເສຍໄປ, ກໍຕ້ອງມີເນື້ອທີ່ປ່າປູກທົດແທນເພື່ອຮັກສາລະດັບປົກຄຸມຂອງປ່າ. ຈຸດໝາຍປົກຄຸມປ່າ ຍັງຄົງແມ່ນຈຸດໝາຍໃນແຜນການສົກປີ 2016-2020 , ແມ່ນຕ້ອງພະຍາຍາມຢ່າງສຸດຂີດເພື່ອຮັກສາ, ພິເສດແມ່ນຫວຽດນາມພວມຢູ່ໃນວິວັດການພັດທະນາເສດຖະກິດສັງຄົມ, ຫັນປ່ຽນໂຄງປະກອບເສດຖະກິດ”