ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດສະຫຼຸບວຽກງານຂອງກະຊວງອຸດສາຫະກຳ-ການຄ້າ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນທີ່ກອງປະຊຸມ |
(vovworld)- ຕອນເຊົ້າວັນທີ 6/1, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດສະຫຼຸບວຽກງານ ປີ 2016 ແລະ ຜັນຂະຫຍາຍໜ້າທີ່ວຽກງານຂອງຂະແໜງອຸດສາຫະກຳ-ການຄ້າປີ 2017. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຕີລາຄາສູງເລື່ອງກະຊວງໄດ້ປະຕິບັດວຽກງານສ້າງໂຄງປະກອບກົງຈັກຂອງກະຊວງຄືນໃໝ່ຕາມທິດຫັນເປັນກະທັດລັດ ແລະ ມີປະສິດທິຜົນ. ໃນໄລຍະທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ນຳຂະແໜງອຸດສາຫະກຳ-ການຄ້າຕ້ອງກຳນົດວິໄສທັດພັດທະນາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :
“ ພັດທະນາຂະແໜງອຸດສາຫະກຳຫວຽດນາມ ຕ້ອງຫຼຸດຜ່ອນການອາໄສທ່າໄດ້ປຽບແບບບໍ່ຍືນຍົງ ແລະ ອີງໃສ່ຊັບພະຍາກອນທຳມະຊາດຄື ນ້ຳມັນດິບ, ຖ່ານຫີນ, ແຮ່ໂລຫະ. ພ້ອມກັນນັ້ນ ຕ້ອງຫັນປ່ຽນຈາກພື້ນຖານອຸດສາຫະກຳຂຸດຄົ້ນຊັບພະຍາກອນໄປສູ່ພື້ນຖານອຸດສາຫະກຳປະດິດຄິດສ້າງ, ຖືເອົາວິທະຍາສາດເຕັກໂນໂລຢີເປັນກຳລັງຫນູນ ແລະ ພື້ນຖານແກ່ງແຍ້ງ ”