ກອງປະຊຸມພາກພື້ນກ່ຽວກັບການສອນວິຊາຊີບຢູ່ ຫວຽດນາມ

ກອງປະຊຸມພາກພື້ນກ່ຽວກັບການສອນວິຊາຊີບຢູ່ ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ກ່າວຄຳເຫັນທີ່ກອງປະຊຸມ
ພາບ: internet

(vovworld) - ຕອນ​ເຊົ້າ​ວັນ​ທີ 10/10 ຢູ່ ຮ່​າ​ໂນ້ຍ​ໄດ້​ດຳ​ເນີນ​ພິທີ​ໄຂ​ກອງ​ປະຊຸມ​ພາກ​ພື້ນ​ກ່ຽວ​ກັບ​ການ​ສອນ​ວິຊາ​ຊີບ ຢູ່ ຫວຽດນາມ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ບຸກທະລຸ​ຄຸນ​ນະພາ​ບ​ໃນ​ການ​ສອນ​ວິຊາ​ຊີບ ​ໂດຍ​ກ​ະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽນາມ ​ສົມທົບ​ກັບ​ກະຊວງ​ຮ່ວມ​ມື​ເສດຖະກິດ ​ແລະ ພັດທະນາ​ເຢຍລະ​ມັນ ຈັດ​ຕັ້ງ​ຂຶ້ນ, ​ໃນ​ຂອ​ບ​ເຂດ​ໂຄງການ​ຮ່ວມ​ມື​ພັດທະນາ ຫວຽດນາມ - ​ເຢຍລະ​ມັນ. ກ່າວ​ຄຳ​ເຫັນ​ທີ່ີກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​​ເນັ້ນ​ຫນັກ​ວ່າ: ກອງ​ປະຊຸມ​ແມ່ນ​ເວທີ​ປາ​​​ໄສສຳຄັນ​ເພື່ອ​ໃຫ້​ບັນດາ​ນັກ​ຄຸ້ມ​ຄອງ ​ແລະ ວາງ​ແຜນ​ກຳນົດ, ຜູ້​ຊ່ຽວຊານ, ນັກ​ຄົ້ນ​ຄ້ວາ​ທີ່​ຕາງຫນ້າ​ບັນດາ​ຮາກ​ຖານ​ສອນ​ວິຊາ​ຊີບ ​ແລະ ວິ​ສາ​ຫະກິດ​ຫວຽດນາມ, ບັນດາ​ປະ​ເທດ ອາ​ຊຽນ ​ແລະ ​ເຢຍລະ​ມັນ ປຶກສາ​ຫາລື​ມາດ​ຕະການ​ລວມ​ເພື່ອ​ຊຸກຍູ້​ການ​ສອນ​ວິຊາ​ຊີບ, ຍົກ​ສູງ​ຄຸນ​ນະພາ​ບສອນ​ວິຊາ​ຊີບ​ຢູ່ ຫວຽດນາມ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື 4 ຫົວເລື່ອງສະເພາະຄື: ມາດຕະຖານວິຊາຊີບ, ການພົວພັນຮ່ວມມືກັບວິສາຫະກິດໃນການສອນວິຊາຊີບ, ພັດທະນາຖັນແຖວຄູອາຈານສອນວິຊາຊີບທີ່ມີກຳລັງຄວາມ
ສາມາດ ແລະ ດ້ານການເງິນໃຫ້ແກ່ການສອນວິຊາຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ