ກອງປະຊຸມພາກສ່ວນ ຊ່ວຍວຽກຂອງຄະນະ ເລຂາສູນກາງພັກ

ກອງປະຊຸມພາກສ່ວນ ຊ່ວຍວຽກຂອງຄະນະ ເລຂາສູນກາງພັກ  - ảnh 1
ທ່ານ  Dinh The Huynh ກຳມະການ​ກົມ​ການ​ເມືອງ,
ເລຂາສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາສູນ​ກາງ​ພັກ
(ພາບ: dinhthehuynh.com)


Vovworld- ຕອນ​ເຊົ້າ​ວັນ​ທີ 12/6 ຢູ່ຮ່າ​ໂນ້ຍ, ພາກສ່ວນ​ຊ່ວຍ​ວຽກ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ ​ໄດ້​ຈັດ​ກອງ​ປະຊຸມ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງສູນ​ກາງ​ພັກກ່ຽວ​ກັບ “ ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມິນ ” ​ໃນ​ໄລຍະ 6 ​ເດືອນ ຕົນ​ປີ 2012; ການ​ຜັນ​ຂະຫຍາຍ​ໜ້າ​ທີ່, ວິທີ​ການ​ແກ້​ໄຂ​ໃນ​​ໄລຍະ​ທີ່​ຈະ​ເຖິງ. ກ່າວ​ຄຳ​ເຫັນຊີ້​ນຳ​ກອງ​ປະຊຸມ, ທ່ານ  Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ ສູນ​ກາງ​ພັກ​ຊີ້​ແຈ້​ງວ່າ ການ​ປະຕິບັດຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ​ເປັນ​ຢ່າງດີ​ແມ່ນ​ໜຶ່ງ​ໃນ​ບັນດາ ວິທີ​ການ​ແກ້​ໄຂ​ທີ່​ສຳຄັນ ​ແນ​ໃສ່​ສະກັດ​ກັ້ນ ​ແລະ ຍູ້​ການ​ເສື່ອ​ມ​ເສຍ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ວິ​ຖິຊີວິດ​ໃນຈຳນວນພະນັກງານ, ສະມາຊິກພັກ ແລະ ປະຊາຊົນພາກສ່ວນໜຶ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhanໄດ້ສະເໜີ ພາກສ່ວນ​ຊ່ວຍ​ວຽກ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກຄວນກຳນົດລະອຽດບາງໜ້າທີ່ ຈຸດສຸມໃນການ ຮ່ຳຮຽນ ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມິນໃນໄລຍະ ທີ່ຈະມາເຖິງ ໂດຍຕິດພັນກັບບັນດາທ້ອງຖິ່ນ, ຂະແໜງການ, ຂັ້ນຕ່າງໆ.

 

ຂ່າວ/ບົດ​ອື່ນ