ກອງປະຊຸມລັດຖະມົນຕີ ກະຊວງຄົມມະນາຄົມຂົນສົ່ງ ອາຊຽນ ຄັ້ງທີ 17

ກອງປະຊຸມລັດຖະມົນຕີ ກະຊວງຄົມມະນາຄົມຂົນສົ່ງ ອາຊຽນ ຄັ້ງທີ 17 - ảnh 1
( ພາບ : http://www.vietnamplus.vn)

ຕອນ​ບ່າຍ​ວັນ​ທີ 15/12, ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມຂົນ​ສົ່ງ ອາ​ຊຽນ ຄັ້ງທີ 17 (ATM - 17), ​ໄດ້​ດຳ​ເນີນ​ຢູ່ ພະນົມ​ເປັນ. ຄະນະ​ຜູ້​ແທນ​ ຫວຽດນາມ ​ໂດຍທ່ານລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ດິງລາ​ທັງ ນຳ​ໜ້າ. ຕາມ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ແລ້ວ, ບັນດາ​ລັດຖະມົນຕີ​ຊົມ​ເຊີຍ​ປະສິດທິ​ຜົນ​ຂອງ​ສັນ​ຍາ​ຫຼາຍ​ຝ່າ​ຍ​ໃນ ອາ​ຊຽນ ກ່ຽວ​ກັບຄວາມ​ເສລີ​ໃນ​ການ​ບໍລິການ​ຂົນ​ສົ່ງ​ຜູ້​ໂດຍສານ​ທາງ​ອາກາດ, ຖື​ວ່າ​ນີ້​ແມ່ນ​ກຳລັງ​ໜູນ​​ເພື່ອສ້າງ​ເງື່ອນ​ໄຂ​ສະດວກ ​ແລະ​ ຊຸກຍູ້​ການ​ຂົນ​ສົ່ງ​ທາງ​ອາກາດ ກໍ່​ຄື​ເພີ່ມ​ຄວາມ​ມານະ​ພະຍາ​ມ​ຫັນ​ເປັນ​ເສລີ ​ແລະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຂົນ​ສົ່ງ. ກອງ​ປະຊຸມ​ກໍ່​ໄດ້​ຮັບຮອງ​ເອົາ​ແຜນຮ່າງ​ປະຕິບັດ​ຕະຫຼາດ​ການບິນ​ເອກະ​ພາບ​ອາ​ຊຽນ (ASAM), ​ເພື່ອ​ເຮັດ​ໃຫ້ການ​ຂົນ​ສົ່ງ​ສິນຄ້າ​ໃນ​ພາກ​ພື້ນທະລຸ​ໂລ່ງ. ກອງ​ປະຊຸມ​ກໍ່ໄດ້​ເຊັນ​ອານຸສັນຍາ 6 ສະບັບ ກ່ຽວ​ກັບ​ສະຖານີ​ສົ່ງ​ຕໍ່ ​ແລະ​ສະຖານີ​ລົດ​ໄຟ​ຢູ່​ເຂດ​ຊາຍ​ແດນ. ປະຕິບັດ​ສັນຍາ​ແມ່ ອາ​ຊຽນ ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ສະດວກ​​ໃນ​ການ​ຂົນ​ສົ່ງ​ສິນຄ້າ​ຂ້າມ​ຊາຍ​ແດນ, ຖື​ວ່າ​ນີ້​ແມ່ນ​ບາດກ້າວ​ໃຫຍ່​ໃນ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​​ແກ່ການ​ຂົນ​ສົ່ງ​ສິນຄ້າ​ຂ້າມ​ຊາຍ​ແດນ​ໃນ​ພາກ​ພື້ນ.

ບັນດາ​ລັດຖະມົນຕີ​ຊົມ​ເຊີຍ​ເລື່ອງ​ດຳ​ເນີນ​ການ​ຄົ້ນ​ຄ້ວາ​ແຜນ​ກຳນົດ​ສັງ​ລວມ ​ແລະ​ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສ້າງ​ຕັ້ງ​ຕາໜ່າງຂົນ​ສົ່ງ​ສິນຄ້າ​ທາງ​ທະ​ເລ Ro – Ro ​ໃນ​ອາ​ຊຽນ. ບັນດາ​ລັດຖະມົນຕີ​ກໍ່​ຮັບ​ຮູ້​ການ​ເຄື່ອນ​ໄຫວ​ສ້າງ​ຍຸດ​ທະ​ສາດ ຜັນ​ຂະຫຍາຍ​ຕະຫຼາດ​ຂົນ​ສົ່ງ​ທາງ​ທະ​ເລ​ຮ່ວມ ອາ​ຊຽນ ​ໂດຍກຸ່ມ​ປະຕິບັດ​ງານ​ເດີນ​ທະ​ເລ​ປະຕິບັດ.

ຢູ່​ທີ່​ການ​ພົບ​ປະລະ​ຫວ່າງ​ທ່ານ​ລັດຖະມົນຕີ​ກະຊວງຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ຫວຽດນາມ ດິງລາ​ທັງ ກັບ ທ່ານ​ລັດຖະມົນຕີ​ກະຊວງ​ຄົມ​ມະ​ນາ​ຄົມກິດຈະກຳ​ສາທາ​ລະນະກຳປູ​ເຈຍ ຈາມ​ອີ​ເຕັກ ຢູ່ນອກ​ກອງ​ປະຊຸມ​ລັດຖະມົນຕີຄົມ​ມະ​ນາ​ຄົມ​ຂົນ​ສົ່ງບັນດາ​ປະ​ເທດ ອາ​ຊຽນ ( ATM 17 ), ລັດຖະມົນຕີ​ທັງ 2 ທ່ານ​ໄດ້​ເຫັນ​ດີ​ກ່ຽວ​ກັບທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ 2011 - 2015 ​ແລະ ວິ​​ໄສທັດ​ເຖິງ​ປີ 2020, ​ໃນ​ນັ້ນ​ໄດ້​​ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື​ກໍ່ສ້າງ, ຍົກ​ລະດັບ​ບັນດາ​ເສັ້ນທາງ​ບົກ​ທີ່​ນອນ​ໃນ​ທາ​ໜ່າງທາງບົກ ອາຊີ, ອາ​ຊຽນ ​ແລະ ອານຸພາກ​ພື້ນ​ແມ່ນ​ນ້ຳຂອງ, ​ເພີ່ມ​ທະວີ​ປະຕິບັດ​ສັນຍາ​ຂົນ​ສົ່ງ​ທາງ​ບົກ​ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ​ຄື​ສັນຍາ​ຂົນ​ສົ່ງ​ທາງບົກລະຫວ່າງ ຫວຽດນາມ - ກຳປູ​ເຈຍ, ສັນຍາ GMS, ສັນຍາ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ສິນຄ້າ​ຜ່ານ​ຊາຍ​ແດນ. ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ລົດ​ໄພ, ທາງນ້ຳ ​ແລະ ທາງ​ອາກາດ​ ລັດຖະມົນຕີ 2 ທ່ານ​ໄດ້​ເຫັນ​ດີ​ສົມທົບ​ກັບ​ບັນດາ​ນັກ​ອຸປະຖຳ​ກໍ່ສ້າງ​ເສັ້ນທາງ​ລົດ​​​ໄພ​ເຊື່ອມ​ຕໍ່ ພະ​ລົມ​ເປັນ ກັບ ນະຄອນ​ໂຮ່ຈິ​ມິນ ​ແລະ ຊຸກຍູ້​ການ​ລົງ​ນາມ​ສັນຍາ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຂົງສົ່ງ​ທາງ​ລົດ​ໄພ​ໃນ​ອານຸພາກ​ພື້ນ​ ອາ​ຊຽນ, ສືບ​ຕໍ່​ພັດທະນາ​ການຄົມມະນາຄົມ​ທາງ​ນ້ຳ ​ບົນ​ພື້ນຖານ​ນຳ​ໃຊ້​ທ່າ​ແຮງ​ທຳ​ມະ​ຊາດ ​ແລະ ຮ່ວມ​ມື​ສ້າງ​ຕັ້ງ​ບໍລິສັດ​ການ​ບິນ​ແຫ່ງ​ຊາດ ກຳປູ​ເຈຍ ​ບົນ​ພື້ນຖານ​ບໍລິສັດ​ການບິນ Angkor Air ​.
ຂ່າວ/ບົດ​ອື່ນ