ກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ+3 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ

ກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ+3 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ - ảnh 1
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Pham Quang Vinh ເຂົ້າ​ຮ່ວມກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນ+3
(ພາບ: internet)


Vovworld- ວັນ​ທີ 10/7 ຢູ່ກຳ​ປູ​ເຈຍ, ​ໄດ້​ດຳ​ເນີນ​ບັນດາ​ ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນ+3 ຄັ້ງ​ທີ່ 13, ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດ​ແມ່​ຂອງ-ຍີ​ປຸ່ນຄັ້ງ​ທີ່ 5 ​ແລະ ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດ​ແມ່​ຂອງ-ສ.​ເກົ່າ​ຫຼີຄັ້ງທີ່ 2 . ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Pham Quang Vinh ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ດັ່ງກ່າວ.

     ທີ່ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນ+3, ບັນດາ ລັດຖະມົນຕີ​​ໄດ້​ຊົມ​ເຊີຍ​ຂໍ້​ຕົກລົງ​ຂອງລັດຖະມົນຕີການ​ເງິນ​ອາ​ຊຽນ+3 ຊຶ່ງ​ເພີ່ມ​ງົບປະມານ​ໃຫ້​ແກ່​ການ​ປະຕິບັດ​ສັນຍາ​ຫັນ​ຂໍ້​ລິ​ເລີ່​ມຊຽງ​ໄຮ່​ເປັນ​ຫຼາຍ​ຝ່າຍ​ດ້ວຍ​ມຸນ​ຄ່າ​ຈາກ 120 ຕື້ USD ຂຶ້ນ​ເປັນ 240 ຕື້; ສະ​ເໜີ​ຜັນ​ຂະຫຍາຍ​ສັນຍາ​ສາງ​ສະ​ສົມ​ເຂົ້າສານ​ດ່ວນ ອາ​ຊຽນ+3 ທີ່​ໄດ້​ລົງນາມ​ໃນ​ເດືອນ 10/2011. ​ໃນ​ວາລະ​ປຶກສາ​ຫາລື, ຫຼາຍ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ໃນ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ​ທີ່​ມີ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີ​ນທະ​ເລ​ຢູ່​ພາກ​ພື້ນ, ຢືນຢັນ​ທຸກໆ​ປະ​ເທດ​ຕ້ອງ​ເຄົາລົບ​ກົດໝາຍ​ສາກົ​ນ ​ແລະ ສົນທິສັນຍາ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ​ ສ.ປ.ຊ(UNCLOS).        ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Pham Quang Vinh ​ໄດ້​ຢືນຢັນຄືນ​ກ່ຽວ​ກັບຫຼັກໝັ້ນຂອງ​ລັດຖະບານ​ຫວຽດນາມທີ່​ຄັດຄ້ານ​ເລື່ອງ​ຈີນ​ໃຫ້​ສັດຕະຍາບັນ​ສ້າງ​ຕັ້ງ “ ນະຄອນຊານ​ຊາ ” ກໍ​ຄື​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ການ​ປະມູນ​ສຳ​ຫຼວດຂຸດ​ຄົ້ນນ້ຳມັນ​ອາຍ​ແກັດ 9 ​ແຫ່ງ​ທີ່​ນອນ​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດ ນາມ Pham Quang Vinh ​ໄດ້​ເນັ້ນ​ໜັກ​ຄືນ​ບັນດາ​ຫຼັກການ​ກ່ຽວ​ກັບ​ການ​ເຄົາລົບ​ສິດ​ອະທິປະ​ໄຕ ​ແລະ ສິດສະ​ເໜີ​ພິຈາລະນາ​ຄວາມ​ຖືກຕ້ອງ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ​ທີ່​ມີ​ຕໍ່​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​​ໄຫຼ່​ທະວີບຕາມ​ການ​ກຳນົດ​ຂອງ​ສົນທິສັນຍາ​ກົດໝາຍ​ທະ​ເລ​ປີ 1982 ຂອງ ສ.ປ.ຊ, ​ແກ້​ໄຂ​ການ​ພິພາດ​​ໂດຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້​ກຳລັງ​ອາວ​ຸດ ​ແລະ ​ເຄົາລົບກົດໝາຍ​ສາກົ​ນ.

     ຖັດຈາກກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນ+3, ກອງ​ປະຊຸ​ມ ລັດຖະມົນຕີ​ການ​ຕ່າງປະ​ເທດ​ແມ່​ຂອງ-ຍີ​ປຸ່ນ​ໄດ້​ຖືກ​ຈັດ​ຂຶ້ນ​ຊຶ່ງ​ໄດ້​ຮັບຮອງ​ເອົາ “ ​ແຜນ​ດຳ​ເນີນ​ງານ ​ແມ່​ຂອງ-ຍີ​ປຸ່ນ ​ແນ​ໃສ່​ປະຕິບັດ​ຍຸດ​ທະ​ສາດ​ໂຕ​ກຽວ 2012 ”. ກອງ​ປະຊຸມ​ໄດ້​ຊົມ​ເຊີຍ​ເລື່ອງ 3 ປະ​ເທດ ຫວຽດນາມ, ລາວ, ​ໄທ ສ້າງ​ຕັ້ງ​ກົນ​ໄກ​ປະຊຸມ​ຂັ້ນຮອງລັດຖະມົນຕີການຕ່າງປະເທດ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ຊຸກຍູ້​ການ​ພັດ​ທະນາ​ແລວ ຕາ​ເວັນ​ອອກ-ຕາ​ເວັນ​ຕົກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດ​ແມ່​ຂອງ-ຍີ​ປຸ່ນ, ທ່ານຮອງລັດຖະມົນຕີ ການຕ່າງປະເທດຫວຽດນາມ Pham Quang Vinh ​ໄດ້​ຢືນຢັນ​ວ່າການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ​ແທດ​ຈິງ​ລະຫວ່າງ​ບັນດາ​ປະ​ເທດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ​ແມ່ນ​ໜຶ່ງ​ໃນ​ບັນດາ​ເງື່ອນ​ໄຂ​ພື້ນຖານ​ສຳລັບ​ຄວາມ​ສຳ​ເລັດ​ຜົນ​ຂອງ “ທົດ​ສະ​ວັດ​ແມ່​ຂອງ​ຂຽວ ” .

ຂ່າວ/ບົດ​ອື່ນ