(VOVWORLD) -ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 ໄດ້ອອກແຈ້ງການຮ່ວມໂດຍຢັ້ງຢືນເຖິງ ການຮ່ວມມືຂອງບັນດາປະເທດສະມາຊິກ ອາຊຽນ ໃນຄວາມມານະພະຍາຍາມກໍໍ່ສ້າງປະຊາຄົມ ອາຊຽນ, ຮັບມືກັບໂລກລະບາດໂຄວິດ-19, ຟື້ນຟູແບບຍືນຍົງ ແລະ ຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍເຊິ່ງພາກພື້ນພວມປະເຊີນໜ້າ.
ໃນເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ບັນດາປະເທດ ອາຊຽນ ເຫັນດີຍູ້ໄວການປະຕິບັດໂຄງການສັງລວມປະຊາຄົມການເມືອງ-ຄວາມໝັ້ນຄົງ (APSC) 2025, ຮ່ວມມືເພື່ອຮັບມືກັບບັນດາໄພນາບຂູ່ຕໍ່ຄວາມໝັ້ນຄົງຄືການກໍ່ການຮ້າຍ, ການຄ້າຂາຍຢາເສບຕິດ, ການຄ້າມະນຸດ, ການຄວບຄຸມຊາຍແດນ ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີແນດ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ (ພາບ: tuoitre.vn) |
ກ່ຽວກັບການພົວພັນກັບບັນດາປະເທດຄູ່ຮວມມື, ບັນດາປະເທດ ອາຊຽນ ເນັ້ນໜັກເຖິງ ລະດັບຄວາມສຳຄັນຂອງການເພີ່ມທະວີບົດບາດເປັນໃຈກາງ ແລະ ສາມັກຄີຂອງ ອາຊຽນ ໃນການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກພາກພື້ນຜ່ານບັນດາກົນໄກໂດຍ ອາຊຽນ ນຳພາ. ອາຊຽນ ພວມຍູ້ໄວການຮັບຮອງເອົາບັນດາແຜນການກະທຳໃຫ້ໄລຍະຮ່ວມມືໃນ 5 ປີ ຈະມາເຖິງກັບບາງປະເທດຄື ການາດາ, ຈີນ, ອິນເດຍ, ສ.ເກົາຫຼີ…
ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ອາຊຽນ ຢັ້ງຢືນຄືນໃໝ່ເຖິງ ລະດັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການການເດີນເຮືອ-ການບິນ ຢູ່ທະເລຕາເວັນອອກ. ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສືບຕໍ່ຊຸກຍູ້ບັນດາການເຈລະຈາມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູທະເລຕາເວັນອອກ (COC) ໃຫ້ມີຄຸນນະພາບ, ກວມລວມ ແລະ ສຳເລັດໂດຍໄວ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.