ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຈັດຂຶ້ນຢູ່ ປະເທດໄທ

(VOVWORLD) -ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຖືກດໍາເນີນໃນລະຫວ່າງວັນທີ 10 – 12 ກໍລະກົດ ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ. 
ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຈັດຂຶ້ນຢູ່ ປະເທດໄທ - ảnh 1ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດປຣະຣິດ ວົງສຸວັນ

  ກອງປະຊຸມ ມີຫົວຂໍ້ວ່າ “ຄວາມໝັ້ນຄົງແບບຍືນຍົງ”, ສ້າງຂີດໝາຍບາດກ້າວເດີນສໍາຄັນໃນການເພີ່ມທະວີການຮ່ວມມືດ້ານການທະຫານພາຍໃນກຸ່ມໃຫ້ດີກວ່າອີກ. ຄະນະຜູ້ແທນທະຫານຂັ້ນສູງຫວຽດນາມ ໂດຍທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມ, ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ປຶກສາຫາລືກ່ຽວກັບບັນດາກອບຂໍ້ລິເລີ່ມ ອາຊຽນ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ, ການຊ່ວຍເຫຼືອດ້ານເສນາຮັກ ແລະ ບົດບາດຂອງ ອາຊຽນ ໃນການຄຸ້ມຄອງ ຊາຍແດນ. ລັດຖະມົນຕີບັນດາປະເທດ ຈະປຶກສາຫາລືກ່ຽວກັບການເປີດກວ້າງການຕິດຕໍ່ຜ່ານໂທລະສັບສາຍດ່ວນໂດຍກົງ ລະຫວ່າງ ອາຊຽນ ກັບບັນດາປະເທດຄູ່ເຈລະຈາ ເຊິ່ງລວມມີ ອາເມລິກາ, ນິວຊີແລນ, ອົດສະຕາລີ, ລັດເຊຍ, ສ.ເກົາຫຼີ, ຈີນ, ອິນເດຍ ແລະ ຍີ່ປຸ່ນ; ກໍຄືການໜູນຊ່ວຍດ້ານເສນາຮັກ.

        ຄາດວ່າ, ລັດຖະມົນຕີບັນດາປະເທດ ຈະຮຽບຮຽງຖະແຫຼງການ ເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບບັນຫາຈັບຫາປາຢ່າງຜິດກົດໝາຍ, ບໍ່ແຈ້ງລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກໍານົດ (IUU) ແລະ ບົດບາດຂອງກອງທັບບັນດາປະເທດ ອາຊຽນ ໃນການຄວບຄຸມບັນຫານີ້.


ຕອບກັບ

ຂ່າວ/ບົດ​ອື່ນ