ກອງປະຊຸມລັດຖະມົນຕີການຄ້າ APEC ບໍ່ອອກຖະແຫຼງການຮ່ວມ

(VOVWORLD) - ຖະແຫຼງການຢັ້ງຢືນຄືນໃໝ່ຄວາມຕັດສິນໃຈນຳມາເຊິ່ງສະພາບແວດລ້ອມແຫ່ງການລົງທຶນ ແລະ ການຄ້າເສລີ, ເປີດເຜີຍ, ຍຸຕິທຳ
ກອງປະຊຸມລັດຖະມົນຕີການຄ້າ APEC ບໍ່ອອກຖະແຫຼງການຮ່ວມ - ảnh 1ກອງປະຊຸມຂອງ APEC
(ພາບ: ນັກຂ່າວສຳນັກຂ່າວສານ ຫວຽດນາມ)

ວັນທີ 26 ພຶດສະພາ, ລັດຖະມົນຕີການຄ້າຂອງບັນດາພື້ນຖານເສດຖະກິດ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ບໍ່ອອກຖະແຫຼງການຮ່ວມ ພາຍຫຼັງການໂຮມປະຊຸມເປັນເວລາ 2 ວັນ ແຕ່ໄດ້ເຫັນດີຊຸກຍູ້ການຄ້າຮອບດ້ານ ແລະ ຍືນຍົງກ່ວາ. ສິ້ນສຸດການເຈລະຈາເປັນເວລາ 2 ວັນຢູ່ Detroit, ປະເທດ ອາເມລິກາ, ທ່ານນາງ Katherine Tai, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໄດ້ຍົກອອກຖະແຫຼງການຂອງປະທານ ໂດຍລວບລວມບັນດາການປຶກສາຫາລື, ເນັ້ນໜັກລັກສະນະຮອບດ້ານ, ບັ້ນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ລັກສະນະຍືນຍົງ. ຖະແຫຼງການຢັ້ງຢືນຄືນໃໝ່ຄວາມຕັດສິນໃຈນຳມາເຊິ່ງສະພາບແວດລ້ອມແຫ່ງການລົງທຶນ ແລະ ການຄ້າເສລີ, ເປີດເຜີຍ, ຍຸຕິທຳ, ບໍ່ຈຳແນກການປະພຶດ, ໂປ່ງໃສ, ຮອບດ້ານ. ບັນດາລັດຖະມົນຕີການຄ້າ APEC ກໍ່ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສຳລັບລະບົບການຄ້າຫຼາຍຝ່າຍ ອີງໃສ່ຫຼັກການ, ດ້ວຍການຖືອົງການການຄ້າໂລກ (WTO) ເປັນໃຈກາງ.

ຕອບກັບ

ຂ່າວ/ບົດ​ອື່ນ