ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສ.ເກົາຫຼີ
(VOVWORLD) - KASI ຈະປະຕິບັດ ແລະ ຍົກລະດັບບັນດາໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດ, ພ້ອມທັງເຮັດໃຫ້ການພົວພັນກັບ ອາຊຽນ ເລິກເຊິ່ງກ່ວາອີກ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນເປັນປະທານກອງປະຊຸມ (ພາບ: TTXVN) |
ຢູ່ນະຄອນຫຼວງ ຈາກາຕາ (ອິນໂດເນເຊຍ), ວັນທີ 13 ກໍລະກົດ, ທ່ານ ບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Jin ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສ.ເກົາຫຼີໃນຂອບເຂດບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 56.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ການຮ່ວມມືຂອງສອງຝ່າຍນັບມື້ນັບໄດ້ພັດທະນາ. ອາຊຽນ ສະແດງຄວາມຊົມເຊີຍຕໍ່ບັນດາຄຳໝັ້ນສັນຍາສ້າງການພົວພັນຢ່າງແໜ້ນແກ່ນ, ລວມມີ ຂໍ້ລິເລີ່ມສ້າງຄວາມສາມັກຄີລະຫວ່າງ ສ.ເກົາຫຼີ - ອາຊຽນ (KASI), ມຸ່ງໄປເຖິງການສ້າງຄູ່ຮ່ວມມືຍຸດທະສາດ ຮອບດ້ານ ອາຊຽນ - ສ.ເກົາຫຼີເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງຄູ່ຮ່ວມມືສົນທະນ ສ.ເກົາຫຼີ - ອາຊຽນ ປີ 2024.
ສ່ວນທ່ານ ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Jin ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາວ່າ ສ.ເກົາຫຼີ ຈະສວມບົດບາດນັບມື້ນັບເປັນເຈົ້າການ ໃນການສະໜັບສະໜູນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ຕາມທ່ານລັດຖະມົນຕີການຕ່າງປະເທດ Park Jin ແລ້ວ, KASI ຈະປະຕິບັດ ແລະ ຍົກລະດັບບັນດາໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດ, ພ້ອມທັງເຮັດໃຫ້ການພົວພັນກັບ ອາຊຽນ ເລິກເຊິ່ງກ່ວາອີກ.