ກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາໄສ “ຄູ່ເຈລະຈາຮ່ວມມືອາຊີ” ຄັ້ງທີ 11
(ພາບປະກອບ)
(vovworld) - ກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາໄສ “ຄູ່ເຈລະຈາຮ່ວມມືອາຊີ” (ACD) ຄັ້ງທີ 11 ດຳເນີນໄປໃນລະຫວ່າງວັນທີ 28 – 29/03, ຢູ່ Dushanbe, ປະເທດ Tajikistan, ດ້ວຍການເຂົ້າຮ່ວມຂອງ 32 ປະເທດສະມາຊິກ. ຄະນະຜູ້ແທນຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ Tajikistan ຫງວຽນກວກຢຸງ ນຳໜ້າ, ໄດ້ມີບົດກ່າວປາໄສທີ່ກອງປະຊຸມ ແລະ ຢືນຢັນຄຳໝັ້ນຂອງຫວຽດນາມ ໃນການຮ່ວມມືຢ່າງແໜ້ນແຟ້ນ ກັບບັນດາປະເທດສະມາຊິກ ACD ມຸ່ງໄປສູ່ສັນຕິພາບ, ຄວາມວັດຖະນາຖາວອນຂອງພາກພື້ນ, ພ້ອມທັງຍົກອອກທັດສະນະຂອງຫວຽດນາມ ກ່ຽວກັບການພັດທະນາແບບຍື່ນຍົງ ແລະ ຍົກອອກບາງຂໍ້ສະເໜີກ່ຽວກັບທິດທາງຮ່ວມມື ACD ໃນໄລຍະຜ່ານມາ. ດ້ວຍຫົວຂໍ້ວ່າ “ມຸ່ງໄປສູ່ເສດຖະກິດພັດທະນາ, ຄວາມສະຖຽນລະພາບ ແລະ ວັດທະນາຖາວອນຢູ່ອາຊີ ໂດຍຜ່ານການພັດທະນາແບບຍື່ນຍົງ”. ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ຍົກສູງບົດບາດ ແລະ ຊຸກຍູ້ການຮ່ວມມືຂອງ ACD ໃນການໜູນຊ່ວຍບັນດາປະເທດສະມາຊິກພັດທະນາແບບຍື່ນຍົງ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ວັດຖະນາຖາວອນຢູ່ທະວີບ. ບົນພື້ນຖານນັ້ນ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນບັນດາຂົງເຂດຄື ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນດ້ານສະບຽງອາຫານ, ພະລັງງານ ແລະ ຮັບປະກັນແຫຼ່ງນ້ຳ...