(vovworld) – ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ຄັ້ງທີ 13 (AMME 13) ຖືກດຳເນີນໄປໃນລະຫວ່າງວັນທີ 26 – 30/10 ຢູ່ຮ່າໂນ້ຍ. ບັນດາເຫດການຂອງ AMME 13 ໄດ້ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງສິ່ງແວດລ້ອມ (ຫຼືຜູ້ຕາງໜ້າມີສິດຕາງໜ້າລັດຖະມົນຕີ) ຂອງບັນດາປະເທດອາຊຽນ, ຍີ່ປຸ່ນ, ຈີນ, ສ.ເກົາຫຼີ, ເລຂາທິການໃຫຍ່ອາຊຽນ… ບັນດາເຫດການຕົ້ນຕໍລວມມີ: ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ASOEN (SOM); ກອງປະຊຸມຄະນະກຳມະການປະຕິບັດສັນຍາອາຊຽນ ກ່ຽວກັບມົນລະພິດຈາກຄວັນລະຫວ່າງຊາຍແດນຄັ້ງທີ 11 (COM 11), ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນຄັ້ງທີ 13… ກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບສິ່ງແວດລ້ອມ ໄດ້ຮັບການຈັດຕັ້ງໝູນວຽນຢູ່ບັນດາປະເທດສະມາຊິກ, ເພື່ອແນໃສ່ສະເໜີບັນດາມາດຕະການຊຸກຍູ້ການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ ໃນອາຊຽນ, ໃນໄລຍະຈະມາເຖິງ.