ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄ​ັ້ງ​ທີ 56 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ດີ​ງາມ

(VOVWORLD) - ບັນດາທ່ານລັດຖະມົນຕີ ກໍ່ໄດ້ປຶກສາຫາລືກ່ຽວກັບວິທີ່ການປົວແປງການຄ້າໃນ ອາຊຽນ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄ​ັ້ງ​ທີ 56 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ດີ​ງາມ - ảnh 1

(ພາບ: TTXVN)

    ຕອນບ່າຍວັນທີ 22 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນຂອງກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຈັດຂຶ້ນແຕ່ວັນທີ 16-22 ກັນຍາ.

  ກ່າວຄຳເຫັນນະທີ່ນີ້, ທ່ານນາງ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ລາວ ໃຫ້ຮູ້ວ່າ: ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ໄດ້ປຶກສາຫາລືບັນດາບັນຫາເສດຖະກິດບຸລິມະສິດໃນປີນີ້, ກວດກາຄວາມຄືບໜ້າຂອງບັນດາຂໍ້ລິເລີ່ມເສດຖະກິດ, ພ້ອມທັງວາງອອດແຜນການ, ຍຸດທະສາດເຊື່ອມຕໍ່ເສດຖະກິດໃນພາກພື້ນ. ບັນດາທ່ານລັດຖະມົນຕີເສດຖະກິດ ອາຊຽນ ໄດ້ພົບປະກັບບັນດາຄູ່ຮ່ວມມືພັດທະນາ ເພື່ອກວດກາຄວາມຄຶບໜ້າ: ແຜນການຮ່ວມມືດ້ານເສດຖະກິດໃນປະຈຸບັນ ພ້ອມທັງວາງອອກການບຸລິມະສິດໃນຊຸມປີທີ່ຈະມາເຖິງ.

  ທີ່ກອງປະຊຸມ, ບັນດາທ່ານລັດຖະມົນຕີ ກໍ່ໄດ້ປຶກສາຫາລືກ່ຽວກັບວິທີ່ການປົວແປງການຄ້າໃນ ອາຊຽນ, ພິເສດແມ່ນການສ້າງເງື່ອນໄຂອຳນວຍຄວາມສະດວກ ກ່ຽວກັບດ້ານການຄ້າ ແລະ ຜັນຂະຫຍາຍບັນດາສັນຍາການຄ້າສິນຄ້າ ອາຊຽນ; ຫວັງວ່າການເຈລະຈາປັບປຸງສັນຍາ ຈະປະຕິບັດສຳເລັດໃນປີ 2025.

 

ຕອບກັບ

ຂ່າວ/ບົດ​ອື່ນ