ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 22
ພາບ:internet
|
(vovworld) - ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 22 ພາຍໃຕ້ຫົວຂໍ້ວ່າ:“ຍົກສູງການປົກປ້ອງສັງຄົມ ແລະ ພັດທະນາຄວາມຊຳນານງານ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 10/5 ຢູ່ ພະນົມເປັນ ປະເທດ ກຳປູເຈຍ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ເນັ້ນຫນັກວ່າ: ກອງປະຊຸມຄັ້ງນີ້ຈະຫັນຄຳໝັ້ນສັນຍາຂອງບັນດາການນຳ ອາຊຽນ ກ່ຽວກັບການຍູ້ແຮງວິວັດການເຊື່ອມໂຍງເຂົ້າກັບປະຊາຄົມ ອາຊຽນ ເອົາປະຊາຊົນເປັນໃຈກາງ, ເພີ່ມທະວີການຮ່ວມມື ອາຊຽນ ໃນຂົງເຂດແຮງງານເປັນລະອຽດ. ຕາມນັ້ນແລ້ວ ບັນດາປະເທດ ອາຊຽນ ໄດ້ແບ່ງບັນບັນດາບົດຮຽນທີ່ດີໃນການພັດທະນາຄວາມຊຳນານງານຜ່ານການຮ່ວມມືພາກພື້ນ ເພື່ອຫນູນຊ່ວຍການພັດທະນາຂອງມາດຕະຖານຮັບຮູ້ສີມືການຊ່າງເຊິ່ງກັນ ແລະ ກັນໃນອາຊຽນ ພ້ອມກັບປົກປ້ອງສິດຜົນປະໂຫຍດຂອງຄົນງານ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ໃຫ້ຄຳໝັ້ນສັນຍາ ຈະພ້ອມກັນໃຫ້ບຸລິມະສິດໃນໂຄງການເຄື່ອນໄຫວແຫ່ງຊາດຮອດປີ 2015 ຂອງແຕ່ລະປະເທດ ແມ່ນເຮັດໃຫ້ມາດຕະຖານຄວາມຊຳນານງານມີຄວາມກົມກ່ຽວ, ກ້າວໄປເຖິງການຮັບຮູ້ເຊິ່ງກັນ ແລະ ກັນກ່ຽວກັບລະດັບຄວາມຮູ້ຄວາມຊຳນານງານຂອງຄົນງານໃນອາຊີບຕົ້ນຕໍຢູ່ບັນດາປະເທດ ອາຊຽນ.