ກອງປະຊຸມລະຫວ່າງສະພາສັງຄະລາດອາຊີ (FABC)

ກອງປະຊຸມລະຫວ່າງສະພາສັງຄະລາດອາຊີ  (FABC) - ảnh 1
ກອງ​ປະຊຸມ​ລະຫວ່າງ​ສະພາ​ສັງຄະ​ລາດ​ອາຊີ  (FABC)
(ພາບ: tgpsaigon.net)

(vovworld) - ມີ​ພະ​ຄາ​ດິນັນ, ສັງຄະ​ນາຍົກ, ສັງຄະ​ລາດ ​ແລະ ຜູ້ຕາງໜ້າ​ຄິດ​ທະ​ສາສະໜາ​ບັນດາ​ປະ​ເທດ​ອາຊີ, ບາງ​ປະ​ເທດ​ເອີ​ລົບ, ທະວີບອາ​ເມ​ລິ​ກາ, ອົດ​ຕະລິດ ​ແລະ ​ໂບດ Vatican ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມຄົບ​ຄະນະ​ຄັ້ງ​ທີ 10 ລະຫວ່າງ​ສະພາ​ສັງຄະ​ລາດ​ອາຊີ (FABC) ​ໂດຍ​ສະພາ​ສັງຄະ​ລາດ​ຫວຽດນາມ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/12, ຢູ່​ແຂວງ ດົ່ງ​ນາຍ. ດ້ວຍ​ຫົວ​ຂໍ້​ວ່າ ” 40 ປີ FABC: ຕອບ​ສະໜອງ​ການ​ທ້າທາຍ​ຂອງ​ອາຊີ”, ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຜູ້​​ເຊື່ອ​ຖື​ສາສະໜາ​ຢູ່​ທະວີບອາຊີ ​ແບ່ງປັນ ​ແລະ ຮຳ່ຮຽນ​​ເອົາ​ບົດຮຽນ​ໃນ​ການ​ປະຕິບັດ​ພາລະໜ້າ​ທີ່, ຮັກ​ແພງ ​ແລະ ຮັບ​ໃຊ້ ພະ​ກິ​ໂຕ. ກອງ​ປະຊຸມ​ມີ​ທີ່​ຕັ້ງ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ຊາວ​ຄິດ​ຫວຽດນາມ. ຜ່ານ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ທີ່​ມີ​ຕໍ່​ຄິດ​ທະ​ສາສະໜາ​ຫວຽດນາມ, ພ້ອມ​ທັງ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ໂຄສະນາ​ກັບ​ຕ່າງປະ​ເທດ, ຕໍ່ສູ້​ກັບ​ພາກສ່ວນ​ຫົວ​ຮຸນ​ແຮງ ທີ່​ເສກ​ສັນ​ປັ້ນ​ແຕ່ງ​ນະ​ໂຍບາຍ​ສາສະໜາ​ຂອງ​ລັດ​ຫວຽດນາມ.

ຂ່າວ/ບົດ​ອື່ນ