ກອງປະຊຸມວຽກງານການຕ່າງປະເທດຂອງກະຊວງປ້ອງກັນປະເທດ
(VOVWORLD) -ວັນທີ 27 ກໍລະກົດ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ໄດ້ດຳເນີນກອງປະຊຸມ ວຽກງານການຕ່າງປະເທດ ໃນ 6 ເດືອນຕົ້ນປີ 2017.
ກອງປະຊຸມວຽກງານການຕ່າງປະເທດຂອງກະຊວງປ້ອງກັນປະເທດ
(ພາບ: qdnd.vn)
|
ວຽກງານການຕ່າງປະເທດ ໃນ 6 ເດືອນຕົ້ນປີ 2017 ໄດ້ຮັບການຜັນຂະຫຍາຍຖືກຕາມແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກ, ລັດ. ທີ່ກອງປະຊຸມ, ພົນໂທ ຫງວຽນຈິ໋ວິ້ງ ສະເໜີວ່າ, ວຽກງານການຕ່າງປະເທດຂອງກະຊວງປ້ອງກັນປະເທດໃນ 6 ເດືອນທ້າຍປີ 2017 ຕ້ອງສືບຕໍ່ປະຕິບັດວຽກງານເປັນເສນາທິການໃຫ້ພັກ, ລັດ, ລັດຖະບານ ໃນບັນດາບັນຫາກ່ຽວຂ້ອງເຖິງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເປັນຢ່າງດີ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບຂອງປະເທດຊາດ; ສືບຕໍ່ປັບປຸງລະບົບເອກະສານດ້ານກົດໝາຍທີ່ກ່ຽວຂ້ອງເຖິງການເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດກ່ຽວກັບການປ້ອງກັນຊາດ, ໃນນັ້ນ, ສຸມໃສ່ປັບປຸງແຜນຮ່າງເຊື່ອມໂຍງສາກົນກ່ຽວກັບການການປ້ອງກັນຊາດເຖິງປີ 2020, ວິໄສທັດຮອດປີ 2030.