ກອງປະຊຸມຕີລາຄາວຽກງານຖະແຫລງຂ່າວ
photo:internet
|
(vovworld)- ຕອນເຊົ້າວັນທີ3/10, ທີ່ຮ່າໂນ້ຍ, ກະຊວງຖະແຫລງຂ່າວ ແລະສື່ສານ ສົມທົບກັບຄະນະສຶກສາສູນກາງ, ສະມາຄົມນັກຂ່າວຫວຽດນາມ ແລະ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຈັດຕັ້ງກອງປະຊຸມຕີລາຄາວຽກງານຖະແຫລງຂ່າວໂຄສະນາກ່ຽວກັບການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດີງເທຮີງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ ໄດ້ຕີລາຄາສູງບົດບາດ, ພາລະຫນ້າທີ່ຂອງບັນດາອົງການສື່ມວນຊົນໃນວຽກງານຖະແຫລງຂ່າວ, ປະກອບສ່ວນເຂົ້າໃນວຽກງານຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະໃນໄລຍະຜ່ານມາ.
“ກອງປະຊຸມຄັ້ງນີ້ເພື່ອສະຫລຸບບັນດາວຽກງານຖະແຫລງຂ່າວທາງສື່ມວນຊົນ ເພື່ອປະກອບສ່ວນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ. ຂ້າພະເຈົ້າຊົມເຊີຍ ບັນດານັກຂ່າວ ໄດ້ພ້ອມກັບກຳລັງຕຳຫລວດທະເລ, ກຳລັງກວດກາການປະມົງ, ຜ່ານຜ່າຄວາມຫຍຸ້ງຍາກເພື່ອຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ ໃນຊຸມມື້ທີ່ ຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ໄລ່ທະວີບຂອງຫວຽດນາມ.”
ເນື່ອງໃນໂອກາດນີ້ ກະຊວງຖະແຫລງຂ່າວ ແລະ ສື່ສານ ໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາອົງການສື່ມວນຊົນ ແລະ ນັກຂ່າວ ມີຜົນງານຫລາຍຢ່າງໃນວຽກງານໂຄສະນາການຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ.