ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ICT ຫວຽດ​ນາມ - ອາ​ເມ​ລິ​ກາ​ລາ​ຕິນ ປີ 2020

(VOVWORLD) -ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບໂຄງການຫັນເປັນດີຈີຕອນແຫ່ງຊາດ, ຕະຫຼາດດີຈີຕອນ, ບັນດາພື້ນຖານດີຈີຕອນ Make In Vietnam, ອັບເດດ ນະໂຍບາຍຫັນເປັນດີຈີຕອນຂອງບັນດາປະເທດ ອາເມລິກາລາຕິນ.
ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ICT ຫວຽດ​ນາມ - ອາ​ເມ​ລິ​ກາ​ລາ​ຕິນ ປີ 2020 - ảnh 1ກອງປະຊຸມສົ່ງເສີມການຄ້າ ICT ຫວຽດນາມ - ອາເມລິກາລາຕິນ ປີ 2020 (baoquocte.vn) 

ກອງປະຊຸມທາງອອນລາຍສົ່ງເສີມການລົງທຶນ ICT ຫວຽດນາມ - ອາເມລິກາລາຕິນ ປີ 2020 ໂດຍ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົມທົບກັບສະຖານທູດ 11 ປະເທດ ອາເມລິກາລາຕິນ ຢູ່ຮ່າໂນ້ຍ ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 29 ຕຸລາ (ຕາມເວລາ ຫວຽດນາມ) ຢູ່ສູນເຊື່ອມຕໍ່ ນະຄອນຫຼວງຮ່າໂນ້ຍ ແລະ ບັນດາສູນເຊື່ອມຕໍ່ ຢູ່ບັນດາປະເທດອາເມລິກາ ລາຕິນ.

ດ້ວຍຫົວຂໍ້ “ເຊື່ອມຕໍ່ດີຈີຕອນ ຫວຽດນາມ - ອາເມລິກາລາຕິນ”, ບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ມຸ່ງໄປເຖິງການຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຕິດພັນລະຫວ່າງ ຫວຽດນາມ ກັບ ບັນດາປະເທດໃນພາກພື້ນ ອາເມລິກາລາຕິນໃຫ້ຫຼາຍກ່ວາອີກ - ໂດຍເປັນພາກພື້ນຮ່ວມມືທີ່ມີພູມສັນຖານຢູ່ຫ່າງໄກກັນ ແຕ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບໂຄງການຫັນເປັນດີຈີຕອນແຫ່ງຊາດ, ຕະຫຼາດດີຈີຕອນ, ບັນດາພື້ນຖານດີຈີຕອນ Make In Vietnam, ອັບເດດ ນະໂຍບາຍຫັນເປັນດີຈີຕອນຂອງບັນດາປະເທດ ອາເມລິກາລາຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ