ກອງປະຊຸມສົ່ງເສີມການລົງທຶນເງ້ອານ
ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນເງ້ອານ
(ພາບອິນເຕີແນດ)
(vovworld) - ຕອນບ່າຍວັນທີ 21/2, ຢູ່ນະຄອນ ວິງ, ແຂວງ ເງ້ອານ ໄດ້ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນປະຈຳປີ 2016. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ, ລະບົບກົດໝາຍຂອງຫວຽດນາມ, ພິເສດແມ່ນບັນດາກົດໝາຍທີ່ກ່ຽວຂ້ອງເຖິງເສດຖະກິດ, ການລົງທຶນ, ການຄ້ານັບມື້ນັບສົມບຸນແບບ, ສ້າງເປັນກອບກົດໝາຍໃຫ້ນັກລົງທຶນເຄື່ອນໄຫວດຳເນີນທຸລະກິດຢ່າງສະດວກ. ບົນພື້ນຖານນັ້ນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກໍ່ປາຖະໜາວ່າ, ບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດຈະເພີ່ມທະວີການລົງທຶນເຂົ້າຫວຽດນາມ, ໃນນັ້ນມີແຂວງ ເງ້ອານ, ພ້ອມທັງເຊື່ອໝັ້ນວ່າ, ດ້ວຍທີ່ຕັ້ງພູມສາດອັນສະດວກ, ແຂວງ ເງ້ອານນັບມື້ນັບກາຍເປັນສະຖານທີ່ດຶງດູດບັນດານັກລົງທຶນ, ສູ້ຊົນກາຍເປັນແຂວງເຕີບໃຫຍ່ພໍສົມຄວນຢູ່ພາກເໜືອ, ແນໃສ່ສ້າງພື້ນຖານເພື່ອຮອດປີ 2020 ຈະກາຍເປັນແຂວງອຸດສາຫະກຳໂດຍພື້ນຖານ.
ປີ 2016, ແຂວງ ເງ້ອານສູ້ຊົນບັນລຸຄາດໝາຍດຶງດູດໂຄງການລົງທຶນໃຫ້ໄດ້ຢ່າງໜ້ອຍສຸດແມ່ນ 120 ໂຄງການ, ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນແຕ່ 50.000-80.000 ຕື້ດົ່ງ. ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການດຶງດູດທຶນ FDI, ດ້ວຍຍອດຈຳນວນທຶນ 8.000-10.000 ຕື້ດົ່ງ.