(ທ່ານຫງວຽນເຕິນຢຸງ ນຳໜ້າຄະນະຜູ້ແທນຫວຽດນາມ
ໄດ້ໄປຮອດນະຄອນຫຼວງ Nay Pyi Taw, ປະເທດມຽນມາ)
(vovworld)- ຕອນບ່າຍວັນທີ 22/6, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ຢຸງ ພ້ອມກັບປະທານາທິບໍດີມຽນມາ Thein sein, ທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ, ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງ, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 7(CLMV). ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ຢຸງ ເນັ້ນໜັກວ່າ :
“ ຫັນປ່ຽນບັນດາແລວຄົມມະນາຄົມເປັນແລວເສດຖະກິດໂດຍໄວ ຜ່ານບັນດານະໂຍບາຍສ້າງເງື່ອນໄຂສະດວກໃຫ້ແກ່ການຄົມມະນາຄົມ ແລະ ການຄ້າຜ່ານຊາຍແດນ. ປະຕິບັດສັນຍາ ສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຜ່ານຊາຍແດນລະຫວ່າງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ ແລະ ບັນດາຂໍ້ຕົກລົງ 2 ຝ່າຍ ແລະ ຫຼາຍຝ່າຍທີ່ກ່ຽວຂ້ອງ. ຍູ້ໄວການປະຕິບັດກົນໄກປະຕູດຽວ ແລະ ຂ້າມດ່ານພາສີອາຊຽນ. ສ້າງກົນໄກ, ນະໂຍບາຍສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການບັນດາວິສາຫະກິດ CLMV ເຂົ້າຮ່ວມບັນດາໂຄງການລົງທຶນໃນພາກພື້ນ”
ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 7 ໄດ້ເປັນເອກະສັນຮັບຮອງເອົາໂຄງການເຄື່ອນໄຫວໃນຂົງເຂດເສດຖະກິດ-ການຄ້າ ແລະ ການລົງທຶນໂດຍຜ່ານບັນດາສັນຍາ 2 ຝ່າຍ ແລະ ຫຼາຍຝ່າຍ, ເປີດກ້ວາງການປະຕິບັດຮູບແບບປະຕູດຽວ, ປອງດຽວຢູ່ຕາມດ່ານຊາຍແດນສາກົນລະຫວ່າງບັນດາປະເທດ, ກໍ່ສ້າງອະນຸພາກພື້ນ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ກາຍເປັນສະຖານທີ່ທ່ອງທ່ຽວອັນດັບໜຶ່ງຂອງໂລກ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 77 ແລະ ກອງປະຊຸມສຸດຍອດຍຸດທະສາດຮ່ວມມືດ້ານເສດຖະກິດ ເອຢາວາດີ-ເຈົ້າພະຍາ-ແມ່ຂອງ ຄັ້ງທີ 6 , ຕອນບ່າຍວັນທີ 22/6 , ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ຢຸງ ໄດ້ພົບປະກັບປະທານາທິບໍດີມຽນມາ Thein sein. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ຢຸງ ແລະ ປະທານາທິບໍດີມຽນມາ Thein sein ໄດ້ເຫັນດີສືບຕໍ່ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນ 12 ຂົງເຂດບຸລິມະສິດ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນ ຂຶ້ນເຖິງ 500 ລ້ານ USD ໃນປີ 2015.