ກອງປະຊຸມສຸດຍອດ G20 ບັນລຸໄດ້ຄວາມເຫັນດີເຫັນພ້ອມ ແລະ ອອກຖະແຫຼງການຮ່ວມ

(VOVWORLD) -ຖະແຫຼງການຮ່ວມຂອງບັນດາການນໍາ G20 ຢັ້ງຢືນວ່າ ການຄ້າສາກົນ ແລະ ການລົງທຶນ ແມ່ນກໍາລັງໜູນສໍາຄັນ ເພື່ອຊຸກຍູ້ການເຕີບໂຕ, ການປ່ຽນແປງໃໝ່, ສ້າງວຽກເຮັດງານທໍາ ແລະ ພັດທະນາ

        ພາຍຫຼັງການເຮັດວຽກຢ່າງຮີບດ່ວນ ແລະ ເຄັ່ງຕຶງມາເປັນເວລາ 02 ວັນ, ວັນທີ 01 ທັນວາ, ກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ໄດ້ອັດລົງຢ່າງເປັນທາງການ ດ້ວຍການຮັບຮອງເອົາຖະແຫຼງການຮ່ວມ, ຢັ້ງຢືນຄວາມເຫັນດີເຫັນພ້ອມໃນບັນດາບັນຫາ ໂດຍໄດ້ຮັບຖືວ່າ ແມ່ນບັນຫາສັບສົນທີ່ສຸດ ແລະ ມີທັດສະນະທີ່ແຕກຕ່າງກັນຫຼາຍທີ່ສຸດ ຄືການຄ້າສາກົນ, ການປົກປົກຮັກສາສິ່ງແວດລ້ອມ ແລະ ຊາວອົບພະຍົບ.

        ຖະແຫຼງການຮ່ວມຂອງບັນດາການນໍາ G20 ຢັ້ງຢືນວ່າ ການຄ້າສາກົນ ແລະ ການລົງທຶນ ແມ່ນກໍາລັງໜູນສໍາຄັນ ເພື່ອຊຸກຍູ້ການເຕີບໂຕ, ການປ່ຽນແປງໃໝ່, ສ້າງວຽກເຮັດງານທໍາ ແລະ ພັດທະນາ, ພ້ອມທັງຮັບຮອງເອົາການປະກອບສ່ວນຂອງລະບົບການຄ້າຫຼາຍຝ່າຍ ເພື່ອປະຕິບັດເປົ້າໝາຍດັ່ງກ່າວ. ໂດຍຖືວ່າ ລະບົບປັດຈຸບັນ ປະຕິບັດບົດບາດຂອງຕົນຍັງບໍ່ທັນໄດ້ດີ, ບັນດາການນໍາ G20  ສະແດງຄວາມສະໜັບສະໜູນຕໍ່ບັນດາການບູລະນະທີ່ຈໍາເປັນຂອງອົງການການຄ້າໂລກ (WTO) ເພື່ອແນໃສ່ປົວແປງປະສິດທິຜົນເຄື່ອນໄຫວຂອງຕົນ.

        ກອງປະຊຸມໄດ້ອອກຖະແຫຼງການຮ່ວມທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າ ອາກາດ. ພ້ອມກັນນັ້ນ, ກອງປະຊຸມ ກໍໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບ ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ...  ສິ້ນສຸດກອງປະຊຸມ, ອາກຊັງຕີນ ໄດ້ມອບໜ້າທີ່ປະທານໝູນວຽນກັນໃຫ້ແກ່ ຍີ່ປຸ່ນ, ເຊິ່ງຈະເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ G20 ໃນປີ 2019.


ຕອບກັບ

ຂ່າວ/ບົດ​ອື່ນ