ກອງປະ​ຊຸມ​ສຸດຍອດ ອາ​ຊຽນ ​ຄັ້ງ​ທີ 43: ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຍາວ​ນານ​ກັບ ອາ​ຊຽນ

(VOVWORLD) - ທ່ານນາງ Kamala Harris ເນັ້ນໜັກວ່າ ອາຊຽນ ນອນຢູ່ໃຈກາງໃນຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ເຂດມະຫາສະຫມຸດອິນເດຍ - ປາຊີຟິກ, ພ້ອມທັງຖືວ່າ ວິໄສທັດຂອງ ອາເມລິກາ ແລະ ອາຊຽນ ກ່ຽວກັບພາກພື້ນນີ້ມີການເຊື່ອມຕໍ່ຢ່າງແໜ້ນແຟ້ນ.
ກອງປະ​ຊຸມ​ສຸດຍອດ ອາ​ຊຽນ ​ຄັ້ງ​ທີ 43: ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຍາວ​ນານ​ກັບ ອາ​ຊຽນ - ảnh 1ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 6 ກັນຍາ, ທ່ານນາງ ຮອງປະທານາທິບໍດີ ອາເມລິກາ Kamala Harris ຢັ້ງຢືນວ່າ ວໍຊິງຕັນ ໃຫ້ຄຳໝັ້ນສັນຍາຍາວນານ ກັບ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ກວ້າງກວ່າແມ່ນ ເຂດມະຫາສະໝຸດອິນເດຍ - ປາຊີຟິກ. ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ ຄັ້ງທີ 11 ທີ່ໄດ້ດຳເນີນຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານນາງ Kamala Harris ເນັ້ນໜັກວ່າ ອາຊຽນ ນອນຢູ່ໃຈກາງໃນຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ເຂດມະຫາສະຫມຸດອິນເດຍ - ປາຊີຟິກ, ພ້ອມທັງຖືວ່າ ວິໄສທັດຂອງ ອາເມລິກາ ແລະ ອາຊຽນ ກ່ຽວກັບພາກພື້ນນີ້ມີການເຊື່ອມຕໍ່ຢ່າງແໜ້ນແຟ້ນ. ທ່ານນາງ Kamala Harris ປະກາດວ່າ ໃນຄວາມມານະພະຍາຍາມສ້າງການຮ່ວມມືກັບ ອາຊຽນ ເປັນຢ່າງດີທີ່ສຸດ, ອາເມລິການມີແຜນການສ້າງສູນອາຊຽນແຫ່ງທຳອິດ ປະຈຳ ວໍຊິງຕັນ ດີຊີ ຜ່ານການຮ່ວມມືລະຫວ່າງ ລັດຖະບານ ແລະ ຂົງເຂດເອກະຊົນ, ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວຂອງ ອາຊຽນ ຢູ່ ອາເມລິກາ.

ກ່ອນໜ້ານັ້ນ, ໃນບົດກ່າວຄຳເຫັນໄຂກອງປະຊຸມ, ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ທັງເປັນປະທານອາຊຽນ 2023 ໃຫ້ຮູ້ວ່າ ອາຊຽນ ໄດ້ເຫັນດີເປັນເອກະພາບສືບຕໍ່ແມ່ນກຳລັງໜູນຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ໃນນັ້ນມີມະຫາສະໝຸດອິນເດຍ - ປາຊີຟິກ ຕ້ອງກາຍເປັນພື້ນຖານຂອງການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ