ການນຳປະເທດຕ່າງໆທີ່ກອງປະຊຸມສຸດຍອດນາໂຕ
(ພາບ:dantri.com.vn)
( vovworld ) – ວັນທີ 21/5, ກອງປະຊຸມສຸດຍອດກຸ່ມນາໂຕ ດຳເນີນໄປຢູ່ Chicago ປະເທດ ອາເມລິກາ ໄດ້ອອກຖະແຫຼງການຮ່ວມ ຊື່ງອະດີດປະມຸກລັດ ແລະ ຜູ້ນຳລັດຖະບານຂອງ 28 ປະເທດສະມາຊິກໄດ້ຮັບຮອງເອົາກ່ອນນີ້ 1 ວັນ. ຖະແຫຼງການຮ່ວມຢືນຢັນຄືນໃໝ່ ຄຳໝັ້ນສັນຍາຂອງນາໂຕ ກ່ຽວກັບການ ພົວພັນພັນທະມິດຂ້າມມະຫາສະໝຸດອັດລັງຕິກ, ຊີ້ແຈ້ງອະນາຄົດຂອງບັນດາບັ້ນຮົບການທະຫານຢູ່ອາບການີສະຖານ, ພ້ອມທັງມີບາດກ້າວເພື່ອຮັບປະກັນໃຫ້ພັນທະມິດນີ້ ມີຄວາມສາມາດຮັບມືກັບບັນດາໄພນາບຂູ່ຮອບດ້ານ. ຖະແຫຼງການກໍ່ຊີ້ແຈ້ງຄຳໝັ້ນສັນຍາປັບປຸງການພົວພັນຄູ່ຮ່ວມມືຂອງກຸ່ມ. ກ່ຽວກັບບັນຫາອາບການີສະຖານ, ຖະແຫຼງການຢືນຢັນວິວັດການມອບໂອນການປ້ອງກັນຄວາມສະຫງົບທີ່ “ບໍ່ອາດຕ່າວປີ້ນໄດ້“ ຈາກກຳລັງໜູນຊ່ວຍການປ້ອງກັນຄວາມສະຫງົບສາກົນ (ISAF) ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບແຫ່ງຊາດອາບການີສະຖານ (ANFS) ພວມກ້າວໄປຖືກທິດ ແຕ່ຈະດຳເນີນແຕ່ນີ້ຮອດກາງປີ 2013. ຫຼັງຈາກນັ້ນ, ນາໂຕ ຈະຫັນປ່ຽນໄປສູ່ບົດບາດໜູນຊ່ວຍ ຈົນເຖິງເວລາຖອນກຳລັງສາກົນທັງໝົດອອກຈາກອາບການີສະຖານ ໃນທ້າຍປີ 2014. ຖະແຫຼງການກໍ່ເຕື້ອງເຖິງສະພາບການປະຈຸບັນຢູ່ຕາເວັນອອກກາງ ແລະ ຢືນຢັນຄືນແຜນການເປີດກ້ວາງສຳພັນທະມິດ ແລະ ການພົວພັນຄູ່ຮ່ວມມືກັບປະເທດຕ່າງໆໃນໂລກ.