(vovworld) – ຕອນເຊົ້າວັນທີ 08/09, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ, ປຶກສາຫາລື, ໃຫ້ຄຳເຫັນໃສ່ບາງບັນຫາໃຫຍ່ຂອງຮ່າງກົດໝາຍ 6 ສະບັບເຊິ່ງຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາທີ່ກອງປະຊຸຸມເທື່ອທີ 8. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ ກອງປະຊຸມເທື່ອທີ 8 ຂອງສະພາແຫ່ງຊາດ ແມ່ນກອງປະຊຸມຄັ້ງທີ 2 ພາຍຫຼັງລັດຖະທຳມະນູນປີ 2013 ໄດ້ຮັບການຮັບຮອງເອົາ. ສະນັ້ນ, ວຽກງານສ້າງກົດໝາຍແມ່ນໜ້າທີ່ສຳຄັນຍິ່ງ. ທີ່ກອງປະຊຸມຈະມາເຖິງ, ຄາດວ່າ ສະພາແຫ່ງຊາດຈະຮັບຮອງເອົາຮ່າງກົດໝາຍ ແລະ ມະຕິ 17 ສະບັບ, ໃຫ້ຄຳເຫັນຄັ້ງທຳອິດໃສ່ຮ່າງກົດໝາຍ 12 ສະບັບ.
ໃນຕອນເຊົ້າວັນດຽວກັນ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງສາພາແຫ່ງຊາດ (ສະບັບປັບປຸງ), ທ່ານ ໂດ້ວັນເດືອງ, ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ ຖືວ່າ, ສະມາຊິກສະພາແຫ່ງຊາດມີບົດບາດສຳຄັນໃນການສ້າງກົດໝາຍ ກໍ່ຄືປະຕິບັດບັນດາການເຄື່ອນໄຫວຕິດຕາມກວດກາ. ຮ່າງກົດໝາຍຕ້ອງໄດ້ກຳນົດບັນດາມາດຖານສະເພາະ, ມີລັກສະນະສະເພາະຂອງສະມາຊິກສະພາແຫ່ງຊາດ. ທ່ານໂດ້ວັນເດືອງ ສະເໜີວ່າ.
“ເມື່ອເວົ້າເຖິງຈຳນວນສະມາຊິກສະພາແຫ່ງຊາດສະເພາະກິດ, ຢາກເພີ່ມຈຳນວນສະມາຊິກສະພາແຫ່ງຊາດເພື່ອເພີ່ມທະວີຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ ຂ້າພະເຈົ້າຄິດວ່າມີພາກສ່ວນທີ່ຖືກຕ້ອງ. ແຕ່ພື້ນຖານຕົ້ນຕໍແມ່ນຄຸນນະພາບຂອງສະມາຊິກສະພາແຫ່ງຊາດສະເພາະກິດ, ຕ້ອງມີມາດຖານລະອຽດ, ຢ່າງໜ້ອຍສຸດຕ້ອງແມ່ນວິຊາການຂັ້ນສູງ ແລະ ປະຕິບັດວຽກງານຕົວຈິງໃນຂົງເຂດເຊິ່ງກຳມາທິການນັ້ນຮັບຜິດຊອບເປັນເວລາ 15 ປີ ຈຶ່ງຈະສ້າງກົດໝາຍ ແລະ ຕິດຕາມກວດກາໄດ້”.
ຮ່າງກົດໝາຍວ່າດ້ວຍການຈັດຕັ້ງສາພາແຫ່ງຊາດ (ສະບັບປັບປຸງ) ກໍ່ໄດ້ກຳນົດໜ້າທີ່, ສິດອຳນາດຂອງສະພາແຫ່ງຊາດຢ່າງລະອຽດກວ່າໃນການເລືອກຕັ້ງ, ໃຫ້ສັດຕະຍາບັນບັນດາຕຳແໜ່ງໃນກົງຈັກລັດ. ກ່ຽວກັບສິ່ງດັ່ງກ່າວ, ສະມາຊິກສະພາແຫ່ງຊາດ ສະເໜີ ຕ້ອງເລືອກເອົາຜູ້ສະໝັກ 2 ຄົນ ເພື່ອສະເໜີໃຫ້ສະພາແຫ່ງຊາດເລືອກຕັ້ງ, ເລືອກເອົາຕຳແໜ່ງໃນກົງຈັກລັດ.