ກອງປະຊຸມສະຫຼຸບ 5 ປີ ແຫ່ງການກໍ່ສ້າງຊົນນະບົດໃໝ່ນະຄອນໂຮ່ຈີ່ມິນ
ກອງປະຊຸມສະຫຼຸບ 5 ປີ ແຫ່ງການ
ກໍ່ສ້າງຊົນນະບົດໃໝ່ນະຄອນໂຮ່ຈີ່ມິນ
(ພາບ: VGP)
(vovworld)- ວັນທີ 2/10, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບ 5 ປີແຫ່ງການຈັດຕັ້ງປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ທ່ານຮອງນາຍົກລັດຖະມົນຕີ ວູວັນນິ່ງ, ຫົວໜ້າຄະນະຊີ້ນຳ ໂຄງການຈຸດໝາຍແຫ່ງຊາດກ່ຽວການກໍ່ສ້າງຊົນນະບົດໃໝ່ ເນັ້ນໜັກວ່າ: ບັນດາໝາກຜົນໃນການກໍ່ສ້າງຊົນນະບົດໃໝ່ຢູ່ນະຄອນໂຮ່ຈີ່ມິນໄດ້ນຳເອົາຫຼາຍບົດຮຽນທີ່ມີຄຸນຄ່າມາໃຫ້ບັນດາທ້ອງຖິ່ນອື່ນໃນທົ່ວປະເທດຮ່ຳຮຽນເອົາ. ທ່ານຮອງນາຍົກລັດຖະມົນຕີ ວູວັນນິງ ເນັ້ນໜັກວ່າ :
“ຂ້າພະເຈົ້າເຊື່ອໝັ້ນວ່າ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈີ່ມິນ ຈະສືບຕໍ່ສາມັກຄີ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ສູ້ຊົນ ເພື່ອບັນລຸໄດ້ຫຼາຍໝາກຜົນທີ່ໃຫຍ່ຫຼວງກວ່າອີກ. ສືບຕໍ່ເປັນຄັນທຸງທີ່ນຳໜ້າ, ເປັນຕົ້ນແມ່ນໃນການຜະລິດກະສິກຳ, ກໍ່ສ້າງຊົນນະບົດໃໝ່, ປະຕິບັດສຳເລັດຈຸດໝາຍນະຄອນສີວິໄລ, ທັນສະໄໝ ເໝາະສົມກັບການໃສ່ຊື່ຂອງທ່ານປະທານໂຮ່ຈີ່ມິນ”
ຜ່ານ 5 ປີແຫ່ງການຜັນຂະຫຍາຍໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ນະຄອນໂຮ່ຈີ່ມິນມີ 52/56 ຕາແສງບັນລຸໄດ້ 19/19 ມາດຖານຊົນນະບົດໃໝ່ຕາມມາດຖານແຫ່ງຊາດ. ລາຍຮັບສະເລ່ຍໃສ່ຫົວຄົນຢູ່ຊົນນະບົດບັນລຸເກືອບ 40 ລ້ານດົງຕໍ່ຄົນຕໍ່ປີ, ເພີ່ມຂຶ້ນສູງທົບ 7 ເທົ່າເມື່ອທຽບໃສ່ກ່ອນການຜັນຂະຫຍາຍໂຄງການ.