ກອງປະຊຸມສະຫຼຸບ10ປີແຫ່ງການປະຕິບັດຄຳສັ່ງຂອງນາຍົກລັດຖະມົນ ຕີກ່ຽວກັບເຂດ ຊົນເຜົ່າຈຳ

ກອງປະຊຸມສະຫຼຸບ10ປີແຫ່ງການປະຕິບັດຄຳສັ່ງຂອງນາຍົກລັດຖະມົນ ຕີກ່ຽວກັບເຂດ ຊົນເຜົ່າຈຳ - ảnh 1
(ກອງປະຊຸມສະຫຼຸບ10ປີແຫ່ງການປະຕິບັດຄຳສັ່ງ
ຂອງນາຍົກລັດຖະມົນ ຕີກ່ຽວກັບເຂດ ຊົນເຜົ່າຈຳ)


(vovworld) – ​ໃນຕອນ​ເຊົ້າ​ວັນ​ທີ 13/11 ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ຊົນ​ເຜົ່າ​ຈັດ​ຕັ້ງ​ກອງ​ປະຊຸມ ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ   ສະຫຼຸບ 10 ປີ ​ແຫ່ງ​ການປະຕິບັດ​ຄຳ​ສັ່ງ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ ການພັດທະນາ​ເສດຖະກິດ​ສັງຄົມ, ຮັບປະ​ກັນ​ຄວາມ​ສະຫງົບ​, ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ສຳລັບ​ຊົນ​ເຜົ່າ​ຈຳ​ໃນ​ສະພາບ​ການ​ໃໝ່. ກ່າ​ວຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກ​ລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ: ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆ ສືບ​ຕໍ່​ຜັນ​ຂະຫຍາຍ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ຢ່າງມີ​ປະສິດທິ​ຜົນ, ​ເປັນ​ຕົ້ນ​ແມ່ນ ຄຳ​ສັ່ງ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ ກ່ຽວ​ກັບ​ການ​ເພີ່ມ​ທະວີ, ປ່ຽນ​ໃໝ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ​ ຢູ່​ເຂດ​ປະຊາຊົນ ບັນດາເຜົ່າ​ສ່ວນ​ໜ້ອຍ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

        “ ບັນດາ​ທ້ອງ​ຖິ່ນ ​ແລະ ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຈົ່ງກວດກາ​ ວາງແຜນ​ກຳນົດ​ເຄືອ​ຂ່າຍ​ ​ສອນ​ວິຊາ​ຊີບ, ວາງ​ແຜນ​ກຳນົດລະອຽດ​ໃນ​ເຂດ​ຊົນ​ເຜົ່າ​ຈຳ. ​​ເປັນ​ຫວ່ງ​ເປັນ​ໃຍ​ຕໍ່​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະຕິບັດ​ວຽກ​ງານ​ສະພາບ​ແວດ​ລ້ອມ​ໃນ​ເຂດ​ຊົນ​ເຜົ່າ​ຈຳ​ເປັນ​ຢ່າງ​ດີ.ພ້ອມກັນນັ້ນ,

 ​ກໍ່ເສີມ​ຂະຫຍາຍ, ​ທະວີຄູນບັນດາ​ນັກ​ສິລະ​ປະການ​ຜູ້​ທີ່​ມີ​ອິດ​ທິພົນຊື່​ສຽງ ​ໃນ​ການ​ອານຸລັກ​ຮັກສາ​ວັດທະນາ​ທຳ​ຊົນ​ເຜົ່າ​ ເຂດ​ຊົນ​ເຜົ່າ​ຈຳ”

ຂ່າວ/ບົດ​ອື່ນ