ກອງປະຊຸມສະຫລຸບ 2ປີແຫ່ງການຜັນຂະ ຫຍາຍປະຕິບັດຍຸດທະ ສາດຊ່ວຍໜູນດ້ານຕຸລາການ
(ພາບ: baoquangnam.com.vn)
(vovworld)- ຕອນເຊົ້າວັນທີ 17/1, ຢູ່ຮ່າໂນ້ຍ, ກະຊວງຍຸດຕິທຳຫວຽດນາມ ໄດ້ຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດ ເພື່ອສະຫລຸບ 2 ປີແຫ່ງການຜັນຂະຫຍາຍປະຕິບັດຍຸດທະສາດຊ່ວຍເໜູນດ້ານຕຸລາການຢູ່ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ວອງຈຸລືວ ແລະ ລັດຖະມົນຕີກະຊວງຕຸລາການຫວຽດນາມ ຮ່າຮຸ່ງເກື່ອງ ເຂົ້າຮ່ວມກອງປະຊຸມຢູ່ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ວອງຈຸລືວ ສະເໜີຕ້ອງປ່ຽນໃໝ່ລະບຽບກົດໝາຍ, ການຈັດຕັ້ງການເຄື່ອນໄຫວໜູນຊ່ວຍດ້ານຕຸລາການ, ຄົ້ນຄ້ວາກົນໄກດຶງດູດ, ປະສານແຫຼ່ງກຳລັງໃຫ້ແກ່ການເຄືອ່ນໄຫວໜູນຊ່ວຍດ້ານຕຸລາການ:
“ຂ້າພະເຈົ້າສະເໜີຕ້ອງເອົາໃຈໃສ່ຕໍ່ການຄົ້ນຄວ້າສ້າງແຜນຮ່າງປ່ຽນໃໝ່ວຽກງານໜູນຊ່ວຍດ້ານຕຸລາການເພື່ອຍື່ນສະເໜີຕໍ່ທ່ານນາຍົກລັດຖະມົນຕີຮັບຮອງເອົາ; ສະເໜີບັນດານະໂຍບາຍອັນແທດຈິງເພື່ອຍູ້ແຮງການຫັນວຽກງານໜູນຊ່ວຍດ້ານຕຸລາການເປັນວຽກງານຂອງສັງຄົມ ດ້ວຍບັນດາມາດຕະການທີ່ເໝາະສົມກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ. ພ້ອມທັງປັບປຸງນະໂຍບາຍໜູນຊ່ວຍດ້ານຕຸລາການ ໃນບັນດາໂຄງການຫລຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດສັງຄົມ, ຮັບປະກັນສິດທິມະນຸດ, ສິດຂອງພົນລະເມືອງເພື່ອໃຫ້ ປຊຊ ມີຄວາມເຂົ້າໃຈດ້ານກົດໝາຍ“./.