ກອງປະຊຸມສະຫລຸບ 5 ປີ ແຫ່ງການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບວຽກງານປ້ອງກັນ ແ
(vovworld) - ຕອນບ່າຍວັນທີ 22/11, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມສະຫລຸບ 5 ປີ ແຫ່ງການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບວຽກງານປ້ອງກັນ ແລະ ຕ້ານການກໍ່ການຮ້າຍໃນສະພາບການໃຫມ່. ທ່ານ ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີໃຫ້ບັນດາກະຊວງ, ຂະແຫນງການ ແລະ ອຳນາດການປົກຄອງບັນດາແຂວງ, ນະຄອນ ຕ້ອງຖືເປັນສຳຄັນວຽກງານປ້ອງກັນ ແລະ ຕ້ານການກໍ່ການຮ້າຍ, ການແຫ່ຂະບວນປະທ້ວງ, ກໍ່ຄວາມວຸນວາຍຈະລາຈົນ ແມ່ນຫນ້າທີ່ສຳຄັນເປັນປະຈຳ, ລ່ຽນຕິດ ແມ່ນພາກສ່ວນຫນຶ່ງໃນຫນ້າທີ່ສຳຄັນແມ່ນຮັບປະກັນຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ຄວນເພີ່ມທະວີວຽກງານໂຄສະນາ, ສຶກສານ້ຳໃຈຮັກຊາດ, ມີຄວາມຮັບຜິດຊອບ ແລະ ຫນ້າທີ່ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດໃຫ້ແກ່ປະຊາຊົນທຸກຄົນ, ພ້ອມທັງເສິມຂະຫຍາຍກຳລັງແຮງທົ່ວລະບົບການເມືອງປະຕິບັດຈຸດໝາຍ, ຫນ້າທີ່ປ້ອງກັນ ແລະ ຕ້ານການກໍ່ການຮ້າຍເພື່ອຮັກສາສະຖຽນລະພາບຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ.