ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ
ພາບ:internet
|
vovworld)- ຕອນເຊົ້າວັນທີ 14/8 ຢູ່ ຮ່າໂນ້ຍ, ສະຖາບັນຄົ້ນຄ້ວານິຕິບັນຍັດຂຶ້ນກັບຄະນະປະຈຳສະພາແຫ່ງຊາດໄດ້ຈັດຕັ້ງກອງປະຊຸມສະຫລຸບ 5 ປີແຫ່ງການເຄື່ອນໄຫວ. ໃນ 5 ປີຜ່ານມາ, ສະຖາບັນດັ່ງກ່າວໄດ້ເຕົ້າໂຮມນັກວິທະຍາສາດທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ. ສະຖາບັນ ໄດ້ຮັກສາ ແລະ ພັດທະນາສາຍພົວພັນອັນດີງາມກັບສະຖານທູດຂອງຫລາຍປະເທດ ແລະ ຜັນຂະຫຍາຍການເຄື່ອນໄຫວໃນຂອບເຂດຮ່ວມມືກັບບັນດາອົງການຈັດຕັ້ງສາກົນ. ກ່າວຄຳເຫັນທີ່ີກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໄດ້ຕີລາຄາສູງປະສິດທິຜົນການເຄື່ອນໄຫວຂອງສະຖາບັນນິຕິບັນຍັດໃນໄລຍະຜ່ານມາ. ເມື່ອເວົ້າເຖິງຫນ້າທ່ີຂອງສະຖາບັນໃນໄລຍະຈະມາເຖິງ,ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໄດ້ເນັ້ນຫນັກວ່າ:
“ຂ້າພະເຈົ້າປາດຖະຫນາວ່າ ສະຖາບັນເຕົ້າໂຮມກຳລັງຄົ້ນຄ້ວາວິທະຍາສາດຂອງທັງປະເທດກ່ຽວກັບບັນຫານິຕິບັນຍັດ. ທີສອງ ສະຖາບັນ ເປີດກວ້າງຂອບເຂດການເຄື່ອນໄຫວ, ຍົກສູງຄຸນນະພາບຖັນແຖວພະນັກງານ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ. ທີ ສາມເຮັດແນວໃດຮອດປີ 2020 ສະຖາບັນຕ້ອງການເປັນສູນກາງທີ່ໄວ້ເນື້ອເຊື່ອໃຈຂອງລັດກ່ຽວກັບດ້ານນິຕິບັນຍັດ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ກາຍເປັນສູນທີ່ໄວ້ເນື້ອເຊື່ອໃຈຂອງບັນດານັກວິທະຍາສາດ ຫວຽດນາມ ແລະ ໂລກກ່ຽວກັບດ້ານນິຕິບັນຍັດ.”