ກອງປະຊຸມສະຫລຸບ10 ປີແຫ່ງການປະຕິບັດ ມະຕິເລກທີ 36 ກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ແລະ
ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເມື່ອເດືອນ4/2011
(ພາບ: http://quehuongonline.vn)
(vovworld)- ຕອນບ່າຍວັນທີ 20/5, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຈັດກອງປະຊຸມສະຫລຸບ 10 ປີແຫ່ງການປະຕິບັດມະຕິເລກທີ 36 ຂອງກົມການເມືອງກ່ຽວກັບວຽງານທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ບົດລາຍງານທີ່ກອງປະຊຸມໃຫ້ເຫັນວ່າ, ແຕ່ປີ 2004 ມາຮອດປະຈຸບັນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ເພີ່ມຂຶ້ນຢ່າງແຮງທາງດ້ານຈຳນວນ, ຈາກປະມານ 2,7 ລ້ານຄົນໃນປີ 2004 ມາຮອດປະຈຸບັນມີເກືອບ 4,5 ລ້ານຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ກ່ວາ 100 ປະເທດ ແລະ ເຂດແຄ້ວນໃນໂລກ. ປະຈຸບັນ, ມີກ່ວາ 3600 ວິສາຫະກິດມີທຶນຈົດທະບຽນດຳເນີນທຸລະກິດ ແລະ ທຶນປະກອບຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນປະມານ 8,6 ຕື້ໂດລາສະຫະລັດ. ເງີນຕາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຝາກມາປະເທດເພີ່ມຂຶ້ນສະເລ່ຍ 10-15%/ປີ. ພາຍຫຼັງມະຕີ 36 ໄດ້ປະກາດໃຊ້, ວຽກງານຂົນຂວາຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າດ້ວຍຫຼາຍຮູບການ, ເນື້ອໃນອຸດົມສົມບູນ.
ທີ່ກອງປະຊຸມ, ຜູ້ແທນຈຳນວນໜຶ່ງສະເໜີວ່າ, ໃນໄລຍະຈະມາເຖິງ, ລັດຕ້ອງສ້າງເງື່ອນໄຂສົ່ງເສີມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ປະເທດຊາດຄື: ພິຈາລະນາກົດໝາຍວ່າດ້ວຍສັນຊາດ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການເຂົ້າອອກເມືອງ, ການຊື້ເຮືອນຢູ່, ທີ່ດິນ./.