ກອງປະຊຸມສະຫລຸບການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ2012ຢູ່ພາກເຫນືອ

(VOVWORLD) -ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ແຂວງ ຮ່ານາມ ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ເປັນປະທານກອງປະຊຸມສະຫລຸບການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012 ຢູ່ ເຂດທົ່ງພຽງແມ່ນ້ຳຂອງ ແລະ ທິດເຫນືອພາກກາງຫວຽດນາມ. 
ກອງປະຊຸມສະຫລຸບການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ2012ຢູ່ພາກເຫນືອ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວກ່າວຄຳເຫັນທີ່ກອງປະຊຸມ

ເມື່ອສະຫລຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຜ່ານການຜັນຂະຫຍາຍກົດໝາຍດັ່ງກ່າວ ໄດ້ປະກົດມີຫລາຍຮູບແບບສະຫະກອນເຄື່ອນໄຫວມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ: ສືບຕໍ່ຍູ້ແຮງການໂຄສະນາບັນດາເນື້ອໃນ, ທັດສະນະ ແລະຂໍ້ກຳນົດໃນກົດໝາຍເຖິງພະນັກງານ, ອຳນາດການປົກຄອງ ແລະ ປະຊາຊົນກວ່າອີກ. ເປົ້າໝາຍສຸດທ້າຍ ຕ້ອງຍົກສູງລາຍຮັບໃຫ້ຊາວກະສິກອນ ແລະ ສະມາຊິກສະຫະກອນແບບໃຫມ່, ສ້າງບັນດາຮູບແບບຮ່ວມສຳພັນລະຫວ່າງສະຫະກອນກັບ ວິສາຫະກິດທີ່ເຄື່ອນໄຫວຢ່າງມີປະສິດທິຜົນໃນພື້ນຖານເສດຖະກິດການຕະຫລາດ.

ຕອບກັບ

ຂ່າວ/ບົດ​ອື່ນ