(vovworld)- ຕອນເຊົ້າວັນທີ 13/6, ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13 ກ້າວເຂົ້າສູ່ວາລະຊັກຖາມໃນມື້ທີ 2. ທ່ານ ຮ່ວາງຕວັນແອງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ຕອບຄຳຊັກຖາມຂອງບັນດາ ສສຊ ກ່ຽວກັບບັນຫາກ່ຽວຂ້ອງເຖິງຂົງເຂດທີ່ທ່ານຮັບຜິດຊອບ. ສຳລັບບັນດາຄຳຖາມກ່ຽວກັບຂົງເຂດວັດທະນະທຳ, ທ່ານລັດຖະມົນຕີ ຮ່ວາງຕວັນແອງໃຫ້ຮູ້ວ່າ: ບັນດາທ້ອງຖິ່ນ ແລະ ຂະແຫນງວັດທະນະທຳສືບຕໍ່ຊາບຊືມ, ປະຕິບັດມະຕິສູນກາງພັກຄັ້ງທີ 5 ຊຸດທີ 8 ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ເປັນຢ່າງດີ. ຂະແຫນງວັດທະນະທຳກໍເອົາໃຈໃສ່ເຖິງວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ແລະ ຍູ້ໄພສັງຄົມໃຫ້ຖອຍໄປ.
ທ່ານລັດຖະມົນຕີ ຮ່ວາງຕວັນແອງ
ພາບ:internet
|
ກ່ຽວກັບຂົງເຂດທ່ອງທ່ຽວ, ທ່ານລັດຖະມົນຕີ ຮ່ວາງຕວັນແອງ ໃຫ້ຮູ້ວ່າ: ປະຈຸບັນ ມີເກືອບ 1000 ໂຄງການລົງທຶນເຂົ້າຂະແຫນງທ່ອງທ່ຽວ ດ້ວຍຍອດຈຳນວນທຶນປະມານ 300.000 ຕື້ດົ່ງ. ທ່ານລັດຖະມົນຕີຮ່ວາງຕວັນແອງຍອມຮັບວ່າ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນດ້ານທ່ອງທ່ຽວອັນໃຫຍ່ຫລວງ, ແຕ່ຂະແຫນງທ່ອງທ່ຽວບໍ່ທັນພັດທະນາສົມກັບຄວາມສາມາດບົ່ມຊ້ອນ, ບໍ່ທັດທຽມກັບບັນດາປະເທດໃນພາກພື້ນ. ເພື່ອສ້າງເຄື່ອງໝາຍທ່ອງທ່ຽວຫວຽດນາມສົມກັບລະດັບພາກພື້ນ,ພັດທະນາຂະແຫນງທ່ອງທ່ຽວໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມຢ່າງວອ່ງໄວ, ທ່ານລັດຖະມົນຕີ ຮ່ວາງຕວນແອງ ຖືວ່າ:
“ໄລຍະຈະມາເຖິງ ຕ້ອງຫັນການພັດທະນາການທ່ອງທ່ຽວຈາກລວງກວ້າງເປັນລວງເລີກ, ລົງເລິກຄຸນນະພາບດ້ານບໍລິການ. ການພັດທະນາການທ່ອງທ່ຽວຕ້ອງຕິດພັນ ກັບການອະນຸລັກຮັກສາບັນດາເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳ. ເພີ່ມທະວີວຽກງານສັງຄົມ, ສ້າງບັນດານະໂຍບາຍໃຫ້ສະດວກງ່າຍດາຍກວ່າເພື່ອດຶງດູດບັນດານັກລົງທຶນ. ບັນດາມາດຕະການພື້ນຖານໃນໄລຍະຈະມາເຖິງ ຕ້ອງເອົາໃຈໃສ່ເຖິງຄຸນນະພາບຜະລິດຕະພັນບໍລິການໃຫ້ມີຄຸນນະພາບສູງ, ບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ສຸມໃສ່ການສອນວິຊາຊີບ. ຍູ້ແຮງວຽກງານໂຄສະນາ, ສົ່ງເສີມໂຄສະນາການທ່ອງທ່ຽວ, ເພີ່ມທະວີການຮ່ວມສຳພັນເຂດ.”
ກ່ຽວຂ້ອງເຖິງຂົງເຂດກິລາ, ທ່ານລັດຖະມົນຕີ ຮ່ວາງຕວນແອງ ໃຫ້ຮູ້ວ່າ: ໃນການພັດທະນາກິລາ, ທາງກະຊວງພວມສ້າງຮູບແບບສັງລວມສຳລັບບັນດາງານມະຫາກຳກິລາຄື: Olympic, Asiad, Sea Games, ງານມະຫາກຳກິລາກາຍະກຳ ແລະ ຂະບວນການກິລາກາຍະກຳໝູ່ມະຫາຊົນ.
ໃນຕອນເຊົ້າວັນດຽວກັນ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຫງວຽນມີນກວາງ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ຫງວຽນວັນບີ່ງ ກໍໄດ້ເຂົ້າຮ່ວມການອະພິປາຍ, ຕອບບາງຄຳຊັກຖາມກ່ຽວຂ້ອງເຖິງຂົງເຂດທະນາຄານ.
ທ່ານນາງລັດຖະມົນຕີກະຊວງແຮງງານ,ທະຫານ ເສຍອົງຄະ
ແລະ ສັງຄົມຫວຽດນາມ ຝ້າມທິຫາຍຈວຽນ
|
ເມື່ອຕອບຄຳຊັກຖາມຂອງບັນດາ ສສຊໃນວາລະປະຊຸມເມື່ອຕອນບ່າຍຂອງວັນດຽວກັນ, ທ່ານນາງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຝ້າມທິຫາຍຈວຽນ ໄດ້ສຸມໃສ່ອະພິບາຍກ່ຽວກັບການແກ້ໄຂວຽກເຮັດງານທຳ, ບຳລຸງສ້າງວິຊາຊີບໃຫ້ແກ່ຜູ້ອອກແຮງງານ, ພິເສດແມ່ນແຮງງານຢູ່ເຂດຊົນນະບົດ, ເຂດພູດອຍ, ການຄຸ້ມຄອງແຮງງານເສລີ, ນະໂຍບາຍທີ່ມີຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ....ກ່ຽວກັບການ ບຳລຸງສ້າງວິຊາຊີບໃຫ້ແກ່ຜູ້ອອກແຮງງານ, ທ່ານນາງລັດຖະມົນຕີກະຊວງແຮງງານ, ທະຫານເສຍ ອົງຄະ ແລະ ສັງຄົມຫວຽດນາມ ຝ້າມທິຫາຍຈວຽນ ໃຫ້ຮູ້ວ່າ :
“ ໜ້າທີ່ຮັບຜິດຊອບຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ກ່ຽວກັບບັນຫານີ້ ແມ່ນໃຫຍ່ຫຼວງທີ່ສຸດ. ເພາະສະນັ້ນ, ໃນໄລຍະທີ່ຈະມາເຖິງ, ພວກຂ້າພະເຈົ້າຈະນຳສະເໜີເນື້ອໃນ 2 ປະການຕໍ່ລັດຖະບານ. ສຳລັບການ ບຳລຸງສ້າງວິຊາຊີບໃຫ້ແກ່ຜູ້ອອກແຮງງານຢູ່ເຂດຊົນນະບົດ ແມ່ນຈະມີກອງປະຊຸມສະຫຼຸບ 3 ປີແຫ່ງການຜັນຂະຫຍາຍການປະຕິບັດບັນຫານີ້. ທີ 2 ແມ່ນຊີ້ນຳບັນດາໂຮງຮຽນການຊ່າງ ຕ້ອງຜູກຮັດກັບຈະຫຼາດແຮງງານ, ບັນດາ ໂຮງຮຽນການຊ່າງຢູ່ທ້ອງຖິ່ນຕ້ອງຕິດແທດກັບຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດໃນບໍລິເວນຂອງຕົນ. ໂຮງຮຽນການຊ່າງບາງແຫ່ງຕ້ອງມີພາກສ່ວນໃຫ້ຄຳປຶກສາ, ປະຊາສຳພັນ........
ທີ່ວາລະຕອບຄຳຊັກຖາມ, ທ່ານນາງລັດຖະມົນຕີກະຊວງແຮງງານ, ທະຫານ ເສຍອົງຄະ ແລະ ສັງຄົມຫວຽດນາມ ຝ້າມທິຫາຍຈວຽນ ຍັງຢືນຢັນວ່າ ການຊຸດໂຊມທາງດ້ານເສດຖະກິດໄດ້ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງຜູ້ທຸກຍາກ, ແຕ່ພັກ, ລັດຖະບານ ແລະ ບັນດາທ້ອງຖິ່ນມີຄວາມເອົາໃຈໃສ່ທີ່ສຸດເຖິງບັນຫານີ້. ທ່ານນາງ ຝ້າມທິຫາຍຈວຽນ ໃຫ້ຮູ້ອີກວ່າ :
“ ສຳລັບກຸ່ມຜູ້ທຸກຍາກ, ລັດຖະບານໄດ້ມີໂຄງການດຳເນີນງານ, ໃນນັ້ນ ມີການໜູນຊ່ວຍຜູ້ທຸກຍາກກ່ຽວກັບນະໂຍບາຍສຸຂາພິບານ, ໜູນຊ່ວຍສະໜອງທີ່ດິນ, ເຮືອນຢູ່, ໃຫ້ກູ້ຢືມເງິນ, ສ້າງວຽກເຮັດງານທຳ. ເພາະສະນັ້ນ, ພວກຂ້າພະເຈົ້າສັງເກດວ່າ ຊີວິດການເປັນຢູ່ຂອງຜູ້ທຸກຍາກຍັງປະສົບກັບຄວາມຫຍຸ້ງຍາກ, ແຕ່ໄດ້ຖືກຈຳກັດສ່ວນໃດສ່ວນໜຶ່ງແລ້ວ”