ກອງປະຊຸມສະໄໝ ສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ລາວຊຸດທີ VII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝ ສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ລາວຊຸດທີ VII ໄຂຂຶ້ນຢ່າງເປັນທາງການ - ảnh 1
ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດລາວ​ຊຸດ​ທີ VII
(ພາບ: kpl.net.la)


(vovworld) – ວັນ​ທີ 09/12, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ​ລາວຊຸດ​ທີ VII ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ພາຍ​ໃຕ້​ການ​ເປັນ​ປະທານຂອງ​ທ່ານ​ນາງປະທານສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້. ທ່ານ​ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ, ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ພ້ອມ​ກັບ​ບັນດາ​ການ​ນຳ​ພັກ, ລັດ, ອະດີດ​ການ​ນຳ​ຂັ້ນ​ສູງ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ​ແຂກ​ຖືກ​ເຊີນ​ໄດ້​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ນາງປະທານສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້ ຊີ້​ແຈ້ງວ່າ ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ສຸມ​ໃສ່​ຄົ້ນຄວ້າ, ປຶກສາ​ຫາລື ​ແລະ ​ເຫັນ​ດີ​ຫຼາຍ​ບັນຫາ​ສຳຄັນ ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ການຈັດ​ຕັ້ງ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ ​ແນ​ໃສ່​ປະຕິບັດສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ສະຫັດ​ສະ​ວັດ; ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ວຽກ​ງານ​ແຮງ​ງານ; ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ອົງການກວດ​ສອບ​ບັນຊີ​ແຫ່ງ​ລັດ ກ່ຽວ​ກັບ​ການຈັດ​ຕັ້ງ​ການ​ປະຕິບັດ​ແຜນ​ງົບປະມານ​​ແຫ່ງ​ລັດ ປີ​ການ​ເງິນ 2012 – 2013. ບັນດາ​ຜູ້​ແທນ​ຈະ​ຄົ້ນຄວ້າ, ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ ສະບັບ​ປັບປຸງ ປີ 2003 ​ແລະ ປຶກສາ​ຫາລື​ບາງ​ບັນຫາ​ອື່ນ.

        ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດລາວ​ຊຸດ​ທີ VII ​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 26/12 ຈຶ່ງຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ