ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ເປັນປະທານກອງປະຊຸມສະໄໝ
ສາມັນປະຈຳເດືອນ6/2015ຂອງລັດຖະບານ (ພາບ: VGP/Nhật Bắc)
(vovworld)- ຕອນເຊົ້າວັນທີ 29/6, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ 6 ຜ່ານເຄືອຂ່າຍອິນເຕີແນດກັບການນຳ 63 ແຂວງ, ນະຄອນໃນທົ່ວປະເທດ ເພື່ອແນໃສ່ຕີລາຄາສະພາບການເສດຖະກິດ - ສັງຄົມ 6 ເດືອນຕົ້ນປີ ແລະ ບັນດາມາດຕະການສຸມໃສ່ການຊີ້ນຳບໍລິຫານພື້ນຖານເສດຖະກິດໃນໄລຍະຈະມາເຖິງ. ຕາມຂໍ້ມູນຂ່າວຈາກກອງປະຊຸມ, ໃນ 6 ເດືອນຕົ້ນປີນີ້, ການເຕີບໂຕ GDP ຂອງຫວຽດນາມ ບັນລຸລະດັບ 6,28%, ເຊິ່ງແມ່ນລະດັບເຕີບໂຕສູງສຸດໃນ 5 ປີຜ່ານມາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງໄດ້ສະເໜີການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຈົ່ງສຸມໃສ່ເນື້ອໃນບົດລາຍງານສະພາບເສດຖະກິດ-ສັງຄົມໃນເດືອນ 6 ແລະ 6 ເດືອນຕົ້ນປີ 2015, ສະພາບການຜັນຂະຫຍາຍປະຕິບັດມະຕິເລກທີ 01 ຂອງລັດຖະບານກ່ຽວກັບບັນດາໜ້າທີ່, ວິທີການແກ້ໄຂຊີ້ນຳບໍລິຫານການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານຊີ້ນຳ, ບໍລິຫານຂອງລັດຖະບານເພື່ອປະກອບຄຳເຫັນ, ໃນນັ້ນເລັ່ງໃສ່ບັນດາໜ້າທີ່, ວິທີການແກ້ໄຂ, ເຮັດແນວໃດເພື່ອບັນລຸໝາກຜົນສູງກວ່າ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ສະເໜີການນຳ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຈົ່ງຕັ້ງໜ້າປະກອບສ່ວນເຂົ້າໃນບົດລາຍງານທີ່ຍືນ່ສະເໜີຕໍ່ລັດຖະບານທີ່ວາລະປະຊຸມກ່ຽວຂ້ອງເຖິງວຽກງານປະຕິຮູບດ້ານບໍລິຫານ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ແລະ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ.