ປະທານສານທັງ 3 ປະເທດ ກຳປູເຈຍ, ລາວ ແລະ ຫວຽດນາມ
ເຊັນແຈ້ງການຮ່ວມຂອງກອງປະຊຸມ
(ພາບ: Trần Trần Chí Hùng/Vietnam)
(vovworld) - ຕອນບ່າຍວັນທີ 28/10, ກອງປະຊຸມສານບັນດາແຂວງມີເສັ້ນຊາຍແດນຮ່ວມຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 2 ໄດ້ສິ້ນສຸດລົງພາຍຫຼັງເຮັດວຽກມາເປັນເວລາ 2 ວັນ. ທີ່ວາລະປິດກອງປະຊຸມ, ປະທານສານທັງ 3 ປະເທດ ກຳປູເຈຍ, ລາວ ແລະ ຫວຽດນາມ ໄດ້ອອກແຈ້ງການຮ່ວມກ່ຽວກັບກອງປະຊຸມ, ໂດຍຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດສະຍາກຳຂ້າມຊາດ. ແຈ້ງການຮ່ວມເນັ້ນໜັກວ່າ ກອງປະຊຸມເອົາໃຈໃສ່ເປັນພິເສດເຖິງໄພອັນຕະລາຍທີ່ມີຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການພັດທະນາເສດຖະກິດຂອງທັງສາມປະເທດ ໂດຍອາດສະຍາກຳຂ້າມຊາດກໍ່ຂຶ້ນ; ພ້ອມທັງໝັ້ນໝາຍ ຈະເພີ່ມທະວີການຮ່ວມມືລະຫວ່າງສາມປະເທດໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ; ພິເສດແມ່ນລະຫວ່າງສານສູງສຸດຂອງ 3 ປະເທດ ແລະ ສານບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ. ກອງປະຊຸມເຫັນດີສ້າງກົນໄກແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ສານສູງສຸດຂອງແຕ່ລະປະເທດຢ່າງມີປະສິດທິຜົນທີ່ສຸດ, ເພື່ອແນໃສ່ສົມທົບກັນ, ສະໜອງ ແລະ ແບ່ງປັນຂໍ້ມູນລະຫວ່າງສານສູງສຸດກັບສານບັນດາແຂວງໃນເຂດຊາຍແດນຮ່ວມ. ກອງປະຊຸມກໍ່ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນສານທຸກຂັ້ນ ແລະ ແບ່ງປັນຂໍ້ມູນກ່ຽວກັບລະບົບກົດໝາຍ ກໍ່ຄືບົດຮຽນພິພາກສາຂອງແຕ່ລະປະເທດ.