ກອງປະຊຸມສໍາມະນາ “ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືໃນຂົງເຂດການທ່ອງທ່ຽວ ລະຫວ່່າງ ຫວຽດນາມ - ອີຢິບ

(VOVWORLD) -ກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືໃນຂົງເຂດການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ອີຢິບ”
ກອງປະຊຸມສໍາມະນາ “ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືໃນຂົງເຂດການທ່ອງທ່ຽວ ລະຫວ່່າງ ຫວຽດນາມ - ອີຢິບ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອີຢິບ ເຈິ່ນແທັ່ງກົງ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ (ພາບ: TTXVN)

ວັນທີ 27 ມິຖຸນາ, ສະຖານທູດຫວຽດນາມ ປະຈໍາ ອີຢິບ ໄດ້ຈັດຕັ້ງກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືໃນຂົງເຂດການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ອີຢິບ”, ເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານ, ສົ່ງເສີມການທ່ອງທ່ຽວ ແລະ ຍົກອອກບັນດາຂໍ້ສະເໜີແນະທີ່ຈໍາເປັນ ເພື່ອເພີ່ມທະວີການຮ່ວມມືພັດທະນາ “ຂະແໜງອຸດສາຫະກໍາປອດຄວັນ” ລະຫວ່າງສອງປະເທດ. ທ່ານຮອງລັດຖະມົນຕີກະຊວງທ່ອງທ່ຽວ ອີຢິບ Emad Hasan ໃຫ້ຂໍ້ສັງເກດວ່າຂະແໜງການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ອີຢິບ ຄວນເອົາໃຈໃສ່ເຖິງບາງຂົງເຂດສໍາຄັນ ເພື່ອສາມາດເພີ່ມທະວີການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ, ໃນນັ້ນ ມີການຮ່ວມມືກ່ຽວກັບໂຄງປະກອບພັດທະນາການທ່ອງທ່ຽວ, ລະບຽບການ ແລະ ຂໍ້ກໍານົດ, ພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ ແລະ ເພີ່ມທະວີການຮ່ວມມືໂຄສະນາການທ່ອງທ່ຽວຜ່ານສື່ສັງຄົມອອນລາຍ.

        ໃນຂອບເຂດກອງປະຊຸມສໍາມະນາ, ສະຖານທູດຫວຽດນາມ ປະຈໍາ ອີຢິບ ໄດ້ຈັດກອງປະຊຸມປຶກສາຫາລືໂດຍກົງ ເພື່ອແນໃສ່ແກ້ໄຂບັນດາຂໍ້ຂ້ອງໃຈຂອງບັນດາບໍລິສັດທ່ອງທ່ຽວ ອີຢິບ ແລະ ສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ